ເກີດ​ເຫດ​ລົດ​ຈັກ​ຕຳ​ກັນ​ຢູ່ ທ່າ​ແຂກ ບາດ​ເຈັບ1ຄົນ ແຂ້ວ​ຫັກ​ອີກ5ເຫຼັ້ມ



ຄຳມ່ວນ: ລາຍງານຈາກໜ່ວຍກູ້ໄພແຂວງຄຳມ່ວນໃຫ້ຮູ້ວ່າ ໃນວັນທີ 16.07.2017 ເວລາ: 09:30 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີລົດຈັກຕຳລົດຈັກ ຢູ່ເສັ້ນທາງ ບ້ານ ໂພນສະອາດ ຫຼັກ 4ເມືອງ ທ່າແຂກ ແຂວງ ຄຳມ່ວນ


 ໜ່ວຍກູ້ໄພໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 1 ຄົນ ເປັນເພດຍິງ ມີບາດແຜຈີກທີ່ສົບ,ຄາງກະໄຕຈີກແລະແຂ້ວດ້ານເທິງຫັກ 5 ເຫລັ້ມ ພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງຄຳມ່ວນ



ຂ​ໍ​ຂອບ​ໃຈ​ແຫຼ່ງ​ຂໍ້​ມູນ:
ໂທ​ລະ​ໂຄ່ງ

ความคิดเห็น

แสดงความคิดเห็น