ປະເທດລາວບ້ານຂ້ອຍ!!! ຄວາມຮູ້ຄວາມຮູ້
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ນີ້ແມ່ນຄຳຂວັນຂອງ ສປປ ລາວ . ປະເທດລາວຕັ້ງຢູ່ເຟື້ອງໂລກເໜືອ ຊີກໂລກຕາເວັນອອກເຂດບົວໂມງທີ 7 ຂອງໂລກ ( ເຂດເວລາ GTM+07:00 ເວລາອິນດູຈີນ ) ພາກພື້ນອາຊີອາຄະເນ ຫຼື ອາຊີຕາເວັນອອກສ່ຽງໃຕ້ມີຂອບເຂດດັ່ງລຸ່ມນີ້:
- ທິດເໜືອສຸດຢ່ບ້ານລານຕຸຍ ແຂວງຜົ້ງສາລີ ເຊີ່ງກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 22ອົງສາ30ລິບດາເໜືອ ແລະ ເສັ້ນແວງ ( ລອງຈຶຈູດ ) ທີ101ອົງສາ 46ລິບດາຕາເວັນອອກ
- ທິດໃຕ້ຢູ່ບ້ານຂີ້ນາກ ແຂວງຈຳປາສັກກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 13ອົງສາ 54ລິບດາເໜືອ ແລະ ເສັ້ນແວງ ( ລອງຈິຈູດ) ທີ 106ອົງສາ 06ລິບດາຕາເວັນອອກ
-ທິດຕາເວັນຕົກຢູ່ບ້ານຄວວນ ແຂວງບໍ່ແກ້ວ ເຊີ່ງກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 20ອົງສາ 21ລິບດາເໜືອ ແລະ ເສັ້ນແວງ ( ລະຈິຈູດ ) ທີ 100ອົງສາ 05ລິບດາຕາເວັນອອກ
- ທິດຕາເວັນອອກສ່ຽງເໜືອຢ່ນາປາວບ້ານເຕົາ ແຂວງຫົວພັນເຊີ່ງກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 20ອົງສາ 05ລິບດາ ແລະ ເສັ້ນແວງ ( ລະຈິຈູດ ) ທີ104ອົງສາ 59ລິບດາ ຕາເວັນອອກ
- ທິດຕາວັນອອກສ່ຽງໃຕ້ຢູ່ຍອດນ້ຳເຊກະໝານ ແຂວງເຊກອງ ເຊີ່ງກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 15ອົງສາ 17ລິບດາເໜືອ ເສັ້ນແວງ ( ລະຈິຈູດ ) ທີ 107ອົງສາ 38ລິບດາ
ສປປ ລາວ ມີຊາຍແດນຍາວທັ້ງໝົດ 5.137 km , ເປັນປະເທດທີ່ບມີຊາຍແດນຕິດກັບທະເລ ທີ່ຕັ້ງດ້ານພູມມີປະເທດເປນເສັ້ນທາງຜ່ານສຳຄັນດ້ານການຄ້າ ແລະ ການຄົມມະນາຄົມໃນອາຊີຕາເວັນອອກສ່ຽງໃຕ້
ສປປລາວມີຊາຍແດນຮ່ວມກັບ 5ປະເທດຄື
- ທິດເໜືອຕິດກັບສາທາລະນະລັດປະຊາຊົນຈີນ ຍາວ 505ກມ.
- ທິດຕາເວັນອອກຕິດກັບສາທາລະນະລດສັງຄົມນິຍົມຫວຽດນາມ ຍາວ 2069ກມ.
- ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ ຍາວ 492 ກມ.
- ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ຍາວ 1835ກມ.
- ທິດຕາເວັນຕົກສ່ຽງເໜືອຕິດກັບ ສະຫາພາບມຽນມາ ຍາວ 236ກມ.
ປະເທດລາວມີເນື້ອທີ່ປະມນ 236,800 ກມ2. ມີຮູບຮ່າງຍາວຢຽດຕາມລວງຂອງເສັ້ນແວງ ລວງຍາວຂອງປະເທດແຕ່ເໜືອສຸດຮອດໃຕ້ສຸດປະມານ 1000ກມ. ແຄບສຸດຢູ່ທາງພາກກາງປະມານ 150ກມ. ເຊີ່ງກົງກັບເສັ້ນຂະໜານ ( ລະຕິຈູດ ) ທີ 17ອົງສາ 27ລິບດາເໜືອ
ສປປລາວ ປະກອບໄປດ້ວຍ 1ກຳແພງນະຄອນ ແລະ 17ແຂວງການປົກຄອງ ດັ່ງນີ້:
1. ກຳແພງນະຄອນຫຼວງວຽງຈັນ Vientiane Capital
- ມີເນື້ອທີ່ 3.920 ກມ2.
- ຈຳນວນເມືອງ 9ຕົວເມືອງ: ມ.ຈັນທະບູລີ , ມ.ສີໂຄດຕະບອງ , ມ. ໄຊເສດຖາ , ມ. ສີສັດຕະນາກ , ມ. ນາຊາຍທອງ , ມ.ໄຊທານີ , ມ. ຫາດຊາຍຟອງ , ມ. ສັງທອງ , ມ. ປາກງື່ມ
- ເມືອງດອກແມ່ນ: ມ. ຈັນທະບູລີ
- ອາຫານປະຈຳແຂວງ: ຊຸບຜັກ , ໝົກປາ
- ຄຳຂວັນປະຈຳແຂວງ:
ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫວ້ຫໍພຣະແກ້ວ ຊົມສວນປະຕູໄຊ ໄຫວ້ພຣະທາດຫຼວງມີ່ງຂວັນ ຊົມວິວທິວທັດແຄມຂອງ ຫາດຊາສີທອງດອນຈັນ ຊີມລົດອາຫານນານາຊາດ ເທິງຫໍຜາສາດສຮ່ສິບຊັ້ນ ພັກຜ່ອນເທິງວິມານສະຫວັນ ໂຮມແຮມດອນຈັນພາເລດລືນາມ
ນະຄອນຫຼວງວຽງຈັນ
2. ແຂວຜົ້ງສາລີ Phongsaly Province
- ເນື້ອທີ່: 16.270 ກມ2
- ຈຳນວນເມືອງ 7 ຕົວເມືອງ: ມ. ຍອດອູ , ມ. ຜົ້ງສາລີ , ມ. ບຸນເໜືອ , ມ. ບຸນໃຕ້ , ມ. ສຳພັນ , ມ. ໃໝ່ , ມ. ຂວາ
- ເມືອງເອກ: ມ. ຜົ້ງສາລີ
- ອາຫານຫຼັກ : ເຕົ້າຮູ້ສົ້ມ
- ຄຳຂວັນປະຈຳແຂວງ:
ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ ງາມເຫຼືຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່ ເບີ່ງຮີດຄອງປະເພນີ ເອກະລັກຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ
ຜົ້ງສາລິ
3. ແຂວງຫຼວງນ້ຳທາ LuangNamTha Province
- ເນື້ອທີ່ 9.325ກມ2
- ຈຳນວນເມືອງ 5 ຕົວເມືອງ : ມ.ສິງ , ມ.ຫຼວງນ້ຳທາ , ມ.ລອງ , ມ.ວຽງພູຄາ , ມ.ນາແລ
- ເມືອງເອກ: ມ. ຫຼວງນຳທາ
- ອາຫານຫຼັກ: ໝາກຖົ່ວເໜົ່າ , ເຂົ້າແຫຼ່ງຟືນ
- ຄຳຂວັນປະຈຳແຂວງ:
ບັ້ນຮົບຫຼວງນ້ຳທາ ພຣະທາດໃຫຍ່ຊຽງເປງ ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາດນ້ຳຮ່າ ເຂດພັດທະນາເສດຖະກິດພິເສດ ບໍ່ເຕັມແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະກຳ
ສະໜາມບິນແຂວງຫຼວງນ້ຳທາ
ຫຼວງນ້ຳທາ
4. ແຂວງ ບໍ່ແກ້ວ Bokeo Province
- ເນື້ອທີ່ 6.176 ກມ2
- ຈຳນວນເມືອງ 5ເມືອງແລະ1ເຂດພິເສດ: ມ.ເມິງ , ມ.ຕົ້ນເຜິ້ງ , ມ.ຫ້ວຍຊາຍ , ມ.ຜາອຸດົມ , ມ. ປາກທາ ແລະ ເຂດພິເສດ ນ້ຳຍູ້
- ເມືອງເອກ: ມ.ຫ້ວຍຊາຍ
- ອາຫານຫຼັກ:
- ຄຳຂວັນປະຈຳແຂວງ:
ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງິ້ວບານ ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວນນະໂຄມຄຳ ຊົມຖ້ຳນ້ຳຍູ້ ອູ້ສາວລາວຍວນ ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ
ບໍ່ແກ້ວ
5. ແຂວງໄຊຍະບູລີ Xayabouly province
- ເນື້ອທີ່: 16.389 ກມ2
- ຈຳນວນເມືອງ: 11ຕົວເມືອງ: ມ.ຊຽງຮ່ອນ , ມ. ຂອບ , ມ.ເງິນ , ມ. ຫົງສາ , ມ. ໄຊຍະບູລີ , ມ. ພຽງ , ມ. ທົ່ງມີໄຊ , ມ. ປາກລາຍ , ມ. ແກ່ນທ້າວ , ມ. ບໍ່ແຕນ , ມ.ໄຊສະຖານ
- ເມືອງເອກ: ມ.ໄຊຍະບູລີ
- ອາຫານຫຼັກ: ໜັງເຄັມ
- ຄຳຂວັນປະຈຳແຂວງ:
ໄຊຍະບູລີ ງາມທາດປວກເມືອງຄອບ ປະນົມນ້ອມພຣະທາດມັດຄຳເມືອງເງິນແສນ ເພີດເພີນພະທາດຊຽງລົມເມືອງຊຽງຮ່ອນ ອອນຊອນບຸນບັ້ງໄຟເມືອງປາກລາຍ ງາມເຫຼືອຫຼາຍສາວດອກຝ້າຍຈັນເມືອງແກ່ນທ້າວ ຫວານນ້ຳໝາກພ້າວເມືອງບໍ່ແຕນ ແດນພູເຂົາຊ້າງເມືອງຫົງສາ - ເມືອງທົ່ງ ຮວງເຂົ້າກົ່ງເມືອງພຽງ ສຽງຂັບລຳຮຸ່ງເມືອງໄຊຍະບູລີ
- ເນື້ອທີ່: 16,500 ກມ2
- ຈຳນວນເມືອງ 8 ຕົວເມືອງ: ມ.ຊຽງຄໍ້ , ມ. ແອດ , ມ. ສົບເບົາ , ມ. ຊຳເໜືອ , ມ. ວຽງໄຊ , ມ. ຫົວເມືອງ , ມ. ວຽງທອງ , ມ. ຊຳໃຕ້
- ເມືອງເອກ : ມ. ຊຳເໜືອ
- ອາຫານຫຼັກ: ໜໍ່ລັນ , ໜໍ່ຂົມ
- ຄຳຂວັນປະຈຳແຂວງ:
ຫົວພັນງົດງາມພູຜາ ນ້ຳມ້າສ່ອງໃສ ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້ ຫີນຕັ້ງຫົວເມືອງ ຖີ່ນພູສາມເສົ້າ ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ
ຫົວພັນ
7. ແຂວງອຸດົມໄຊ Oudomxay Province
- ເນື້ອທີ່: 15,317 ກມ2
- ຈຳນວນເມືອງ 7 ຕົວເມືອງ : ມ. ນາໝໍ້ , ມ. ຫຼາ , ມ. ໄຊ , ມ. ງາ , ມ. ແບ່ງ , ມ. ຮຸນ , ມ. ປາກແບ່ງ
- ເມືອງເອກ: ເມືອງໄຊ
- ອາຫານຫຼັກ : ໜໍ່ຂົມ , ເອາະຫຼາມໝູ
- ຄຳຂວັນປະຈຳແຂວງ:
ທ່ຽວອຸດົມໄຊ ຊົມທຳມະຊາດ ນ້ຳຕົດຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫວ໊ພະເຈົ້າມີ່ງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ
ອຸດົມໄຊ
8. ແຂວງຊຽງຂວາງ Xieng Khouang Province
- ເນື້ອທີ່: 16,358 ກມ2
- ຈຳນວນເມືອງ 7 ຕົວເມືອງ: ມ. ແປກ , ມ. ຄູນ , ມ. ພູກູດ , ມ. ຜາໄຊ , ມ. ຄຳ , ມ. ໜອງແຮດ , ມ. ໝອກໃໝ່ , ເມືອງ ທ່າໂທມ ຂື້ນກັບ ແຂວງ ໄຊສົມບູນແລ້ວ
- ເມືອງເອກ: ມ. ແປກ
- ອາຫານຫຼັກ: ນັກແອ່ນຕຸ້ງ
- ຄຳຂວັນປະຈຳແຂວງ :
ຊຽງຂວາງພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ
ຊຽງຂວາງ
9. ແຂວງຫຼວງພະບາງ LaungPraBang Province
- ເນື້ອທີ່: 16.875 ກມ2
- ຈຳນວນເມືອງ 11 ຕົວເມືອງ: ມ. ນ້ຳບາກ , ມ. ງອຍ , ມ. ວຽງຄຳ , ມ. ປາກອູ , ມ. ປາກແຊງ , ມ. ຈອມເພັດ , ມ. ຶໂພນໄຊ , ມ. ຫຼວງພະບາງ , ມ. ຊຽງເງິນ , ມ. ພູຄູນ , ມ. ນານ
- ເມືອງເອກ: ມ. ຫຼວງພະບາງ
- ອາຫານຫຼັກ: ໄຄແຜ່ນ , ເອາະຫຼາມ , ແຈ່ງບອງ
- ຄຳຂວັນປະຈຳແຂວງ:
ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລື່ອງລືວັດທະນະທຳ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານສ່ວງເຮືອເດືອນເກົ້າ ເມືອງກ້ຽວຄຳຫວານ ຕຳນານເມືອງຂບທຸ້ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງ ເປັນເມືອງມໍລະດົກໂລກ
ຫລວງພະບາງ
10. ແຂວງວຽງຈັນ Vientaine Province
- ເນື້ອທີ່: 22.554 ກມ2
- ຈຳນວນເມືອງ 11 ຕົວເມືອງ: ມ. ກາສີ , ມ. ວັງວຽງ , ມ. ແມດ , ມ. ເຟືອງ , ມ. ຫີນເຫີບ , ມ. ແກ້ວອຸດົມ , ມ. ໂພນໂຮງ , ມ. ທຸລະຄົມ , ມ. ວຽງຄຳ , ມ. ຊະນະຄາມ , ມ. ຮົ່ມ ( ໃນເມື່ອກ່ອນແມ່ນມີເມືອງ ໄຊສົມບູນ ຫຼື ເຂດ ພິເສດໄຊສົມບູນ ແຕ່ປະຈຸບັນໄດ້ກາຍມາເປັນ ແຂວງ ໄຊສົມບູນແລ້ວ ແລະ ເຂດພິເສດໄຊສົມບູນໄດ້ຖືກຍຸບລົງໃນ ເດືອນ ມັງກອນ ປີ 2006 ທີ່ຂື້ນກັບ 2 ແຂວງຄື ແຂວງວຽງຈັນ ແລະ ແຂວງ ຊຽງຂວາງ ບາງເອກະສານກໍ່ກ່າວວ່າ ເຂດພິເສດໄຊສົມບູນ ຖຶກຍຸບ ໃນວັນທີ 27 ເດືອນ ກຸມພາ ພສ 2549 [ 2006 ] )
- ເມືອງເອກ: ເມືອງວຽງຄຳ
- ຄຳຂວັນປະຈຳແຂວງ:
ວຽງຈັນ ເມືອງເກົ່າໄຜ່ໜາມ ລືນາມອ່າງນ້ຳງື່ມ ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ
ວຽງຈັນ
11 ແຂວງໄຊສົມບູນ Xaysomboun Province
- ເນື້ອທີ່: 7.105 ກມ2
- ຈຳນວນເມືອງ 5 ຕົວເມືອງ: ມ. ໄຊສົມບູນ , ມ. ທ່າໂທມ , ມ. ຮົມ , ມ. ລ້ອງຊານ , ມ. ພັນ
- ເມືອງເອກ : ໄຊສົມບູນ
- ຄຳຂວັນປະຈຳແຂວງ:
ໄຊສົມບູນເປັນທີ່ຕັ້ງ ເຂດພິເສດນິລະນາມ ມີສົງຄາມລາມລຸກ ກໍ່ໄລ່ໜີລາແລ້ວ ມີແນວນາມຊົນເຜົ່າເອ້ ໃນສັງຄົມສ້າງຕັ້ງໄໝ່ ເລີ່ມແຕ່ເໜືອຮອດໃຕ້ ກໍ່ລືກ້ອງຊ່າກັນ
ແຂວງ ໄຊສົມບູນ ສ້າງຕັ້ງຂຶ້ນໃນວັນທີ 28/ 03 / 2015 ເຊີ່ງແຂວງໄສົມບູນ ແມ່ນແຍກຕົວອອກມາຈາກ ແຂວງວຽງຈັນ ແລະ ແຂວງ ຊຽງຂວາງ
ໄຊສົມບູນ
12. ແຂວງ ບໍລິຄຳໄຊ Bolikhamxay Province
- ເນື້ອທີ່: 14,863 ກມ2
- ຈຳນວນເມືອງ 6 ຕົວເມືອງ: ມ. ບໍລິຄັນ , ມ. ປາກັນ , ມ. ປາກກະດິງ , ມ. ວຽງທອງ , ມ. ຄຳເກີດ , ມ. ທ່າພະບາດ
- ເມືອງເອກ: ມ. ປາກຊັນ
- ຄຳຂວັນປະຈຳແຂວງ :
ບໍລິຄຳໄຊ ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູໂຕເສົາຫຼາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກວ້າງໄກ ພຣະບາດໃຫ່ໂພນສັນ ຄົນຊ່າລື່າວເອີ້ນ ແດນກຸຫຼາບປາກຊັນ
- ເນື້ອທີ່: 16,315 ກມ2
- ຈຳນວນເມືອງ 10 ຕົວເມືອງ: ມ. ຫີນບູນ , ມ. ຍົມມະລາດ , ມ. ນາກາຍ , ມ. ທ່າແຂກ , ມ. ມະຫາໄຊ , ມ. ບົວລະພາ , ມ. ໜອງບົກ , ມ. ເຊບັ້ງໄຟ , ມ. ໄຊບົວທອງ , ມ ຄຸນຄຳ
- ເມືອງເອກ: ມ. ທ່າແຂກ
- ອາຫານຫຼັກ : ເຂົ້າໜົມປານ
- ຄຳຂວັນປະຈຳແຂວງ:
ຄຳມ່ວນແດນທຳມະຊາດ ປະຫວັດສາດວິລະຊົນ ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍໄມ້ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ ເປັນເຈົ້າຂອງຂະໜົມປານ ປະສານປວງປະຊາ ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ
ຄຳມ່ວນ
14. ແຂວງສະຫວັນນະເຂດ Savannakhet Province
- ເນື້ອທີ່: 21,774 ກມ2
- ຈຳນວນເມືອງ 15 ຕົວເມືອງ: ມ. ວິລະບູລີ , ມ. ອາດສະພອນ , ມ. ໄຊບູລີ , ມ. ອຸທູມພອນ , ມ. ອາດສະພັງທອງ , ມ. ໄກສອນພົມວິຫານ( ມ.ຄັນທະບູລີ ຊື່ເດີມ ) , ມ. ຈຳພອນ , ມ. ພະລານໄຊ , ມ. ໄຊພູທອງ , ມ. ຊົນບູລີ , ມ. ສອງຄອນ , ມ. ທ່າປາງທອງ , ມ. ພິນ , ມ. ເຊໂປນ , ມ. ນອງ
- ເມືອງເອກ : ມ. ໄກສອນ ພົມວິຫານ
- ອາຫານຫຼັກ : ຊີ້ນສະຫວັນ
- ຄຳຂວັນປະຈຳແຂວງ:
ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ ສັດໂລກໄດໂນເສົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ
ສະຫວັນນະເຂດ
15. ແຂວງ ສາລະວັນ Salavan Province
- ເນື້ອທີ່: 10,691 ກມ2
- ຈຳນວນເມືອງ 8 ຕົວເມືອງ : ມ. ລະຄອນເພັງ , ມ. ວາປີ , ມ. ຄົງເຊໂດນ , ມ. ເລົ່າງາມ , ມ. ສາລະວັນ , ມ. ຕຸ້ມລານ , ມ. ຕະໂອ້ຍ , ມ. ສະມ້ວຍ
- ເມືອງເອກ: ມ. ສາລະວັນ
- ອາຫານຫຼັກ: ປີ້ງໄກ່ , ເຂົ້າຫຼາມ
- ຄຳຂວັນປະຈຳແຂວງ:
ສາລະວັນ ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ ຫຼົ້າຂາວເມືອງຄົງ ລຳວົງສາລະວັນ
ຂໍ້ມູນພີ່ມເຕີມກ່ຽວກັບແຂວງສາລະວັນ
ແຂວງ ສາລະວັນ SALAVAN PROVINCE
16. ແຂວງເຊກອງ Sekong Province
- ເນື້ອທີ່ : 7,665 ກມ2
- ຈຳນວນເມືອງ 4 ຕົວເມືອງ: ມ. ທ່າແຕງ , ມ. ກະລຶມ , ມ. ລະມາມ , ມ. ດັກຈຶງ
- ເມືອງເອກ: ມ. ລະມາມ
- ອາຫານຫຼັກ: ໝູປີ້ງ
- ຄຳຂວັນປະຈຳແຂວງ:
ເຊກອງ ເອກະລັກພູນາງລາວ ແວວວາວຄ່າໜ້າຊື່ນໃຈ ທ່ຽວວັງໄງດື່ມເຫຼົ້າໄຫເມືອງດາກຈຶງຄະນຶງຫາ ສາຍທາລານ້ຳຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ
ຂໍ້ມູນເພີ່ມເຕີມກ່ຽວກັບແຂວງເຊກອງ:
ແຂວງ ເຊກອງ SEKONG PROVINCE
17. ແຂວງ ຈຳປາສັກ Champasak Province
- ເນື້ອທີ່: 15,415 ກມ2
- ຈຳນວນເມືອງ 10 ຕົວເມືອງ: ມ. ຊະນະສົມບູນ , ມ. ບາຈຽງຈະເລີນສຸກ , ມ. ໂພນທອງ , ມ. ປາກເຊ , ມ. ປາກຊ່ອງ , ມ. ຈຳປາສັກ , ມ. ປະທຸມພອນ , ມ. ສຸຂຸມາ , ມ. ມູນລະປະໂມກ , ມ. ໂຂງ
- ເມືອງເອກ : ມ. ປາກເຊ
- ອາຫານຫຼັກ: ເຂົ້າຫຼາມ , ຕົ້ມໄກ່
- ຄຳຂວັນ ປະຈຳແຂວງ:
ຈຳປາສັກ ເອກະລັກວັດພູ ກຸຫຼາບປາກເຊ ກາເຟປາກຊ່ອງ ນ້ຳຂອງໂຕນຄອນ ສີ່ພັນດອນລືນາມ
ຂໍ້ມູນເພີ່ມເຕີມກ່ຽວກັບແຂວງຈຳປາສັກ:
ແຂວງ ຈຳປາສັກ CHAMPSAK PROVINCE
18. ແຂວງ ອັດຕະປື Attapeu Province
- ເນື້ອທີ່: 10,320 ກມ2
- ຈຳນວນເມືອງ 5 ຕົວເມືອງ: ມ. ສານໄຊ , ມ. ໄຊເສດຖາ , ມ. ສາມັກຄີໄຊ , ມ. ພູວົງ , ມ. ສະໜາມໄຊ
- ເມືອງເອກ: ມ. ໄຊເສດຖາ
- ອາຫານຫຼັກ: ເຝີ , ປາ
- ຄຳຂວັນປະຈຳແຂວງ:
ອັດຕະປື ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ ຊົມຜາຮຽງຊານໄຊ ໄຫວ້ພຣະອົງແສນ ພັກແດນສາມັກຄີ
ຂໍ້ມູນເພີ່ມເຕີມກ່ຽວກັບແຂວງອັດຕະປື:
ແຂວງອັດຕະປື ATTAPEU PROVINCE
ຂໍຂອບໃຈຂໍ້ມູນຈາກເວັບ ວິກິພີເດຍ
ຫາກຂໍ້ມູນຜິດພາດບ່ອນໃດ໋ແນະນຳເຂົ້າມາໄດ້ ເພື່ອທີ່ຈະໄດ້ແກ້ໄຂໃຫ້ຂໍ້ມູນສົມບູນຂື້ນຕື່ມ







































































ความคิดเห็น
แสดงความคิดเห็น