ເທັກ​ນິກ​ການຫຼີ້ນ​ເກມ Mobile legends ໃຫ້​ເທບ ຕ້ອງ​ມີ​ຫຍັງ​ແນ່ ແລະ ຫຼີ້ນ​ແນວ​ໃດ

​ມື້​ນີ້​ພວກ​ເຮົາ​ຈະ​ມາ​ແນະ​ນຳ​ວິ​ທີ​ການຫຼີ້ນ​ເກມ Mobile legends ໃຫ້​ເກັ່ງໆ​ມາ​ຝາກ​ເປັນ​ການ​ລວບ​ລວມ​ເຄັດ​ລັບ ແລະ ເທັກ​ນິກ​ທີ່​ຈຳ​ເປັນ​ທີ່​ຕ້ອງ​ຮູ້ ແລະ​ເພື່ອ​ໃຫ້​​ທຸກ​ຄົນ​ທີ່ຫຼີ້ນ ຫຼີ້ນ​ແບບ​ເທບໆ ໝົດ​ຄວາມ​ເປັນ Noob ໄປ​ໃນ​ທັນ​ທີ ດັ່ງ​ນັ້ນ​ຄວນ​ສຶກ​ສາ​ກ່ອນ​ທີ່​ຈະ​ລົງ​ໄປຫຼີ້ນ​ເປັນ​ການ​ດີ​ທີ່​ສຸດ ຢ່າ​ລົງ​ໄປຫຼີ້ນ ແລ້ວ ກາຍ​ເປັ​ນຕົວ​ຖ່ວງຂອງ​ທີມ ກາຍ​ເປັນ​ກາ​ຝາກ​ຂອງ​ທີມ ເພາະ​ແອັດ​ມິນ​ພົບ​ເຫັນ​ມາ​ຫຼາຍ​ຄົນ​ແລ້ວ ພວກ​ທີ່ຫຼີ້ນບໍ່​ເປັນ ອ່ອນ​ຫັດ ພວກ​ທີ່​ເລືອກ​ນັກ​ສູ້ບໍ່​ເປັນ ແຖມ​ຍັງ​ເລືອກ​ອາ​ວຸດທີ່ບໍ່​ເຂົ້າ​ກັບ​ Hero  ທີ່​ກຳ​ລັງ​ໃຊ້​ງານ ພໍ​ລົງ​ມາຫຼີ້ນ ກະ​ຕ້ອງ​ແພ້ ຖຶກ​ຂ້າ ບໍ່​ມັກ ບໍ່​ຖຶກ​ໃຈ ກະ​ພິມ​ດ່າ ແລ້ວ​ກະ​ໜີ​ອອກ​ຈາກ​ເກມ​ໄປ ປ່ອຍ​ໃຫ້​ຄົນ​ໃນ​ທີມ​ເຂົາ​ເດືອດ​ຮ້ອນ​ກັນ​ທົ່ວ​ໜ້າ ຫຼາຍ​ຄົນ​ອາດ​ສິບໍ່​ຄິດ​ແນວ​ໃດ໋​ກັບ​ການ​ກະ​ທຳ​ແບບ​ນີ້ ແຕ່​ສຳ​ລັບ​ຜູ້​ທີ່ຫຼີ້ນ​ເກມ​ນີ້​ມາ​ດົນ ຜູ້​ທີ່​ເຂົາ​ເປັນ​ມື​​ໂປຼ ເຂົາ​ຈະ​ຮູ້​ສຶກ​ລັງ​ກຽດ ແລະ ລຳ​ຄານ​ເປັນ​ທີ່​ສຸດ  ເພາະ​ຢ່າງ​ທີ່​ແອັດ​ມິນບອກ ເກມ​ນີ້​ມັນ​ເປັນ​ເປັນ​ເກມ​ການດວນ​ກັນ​ຂອງ​ເກມ​ເມີ້​ລະ​ຫວ່າງ​ປະ​ເທດ ເພາະ​ມີ​ຜູ້ຫຼີ້ນ​ເກມ​ນີ້​ທົ່ວ​ທຸກ​ມຸມ​ໂລກ ຖ້າ​ຫາກ​ຄິດ​ວ່າ​ຕົວ​ເອງຫຼີ້ນບໍ່​ທັນ​ເກັ່ງ​ພໍ ກໍ່​ຢ່າ​ມາຫຼີ້ນ​ໃນ​ໂໝດ​ລວມ ໃຫ້​ເປັນຫຼີ້ນ​ໃນ​ໂໝດ​ຕໍ່​ສູ້​ກັບ AI ຫຼື ສູ້​ກັບ​ຄອມ​ໄປ​ກ່ອນ ຝຶກ​ໃຫ້​ເກັ່ງ ແລ້ວ​ຈັ່ງ​ມາ​ພໍ້​ກັບ​ຜູ້ຫຼີ້ນ​ຕົວ​ຈິງ​ຈະ​ດີກວ່າ

ຕໍ່​ໄປ​ແອັດ​ຈະ​ຂໍ​ແນະ​ນຳ​ການຫຼີ້ນ​ແບບ​ເທບໆ​ໃຫ້​ຮູ້​ຈັກ​ກັນ

 ເກມ​ນີ້​ຖ້າ​ຄົນ​ທີ່​ເຄີຍຫຼີ້ນ​ມາ​ແລ້ວ​ກະ​ບໍ່​ຕ້ອງ​ທຳ​ຄວາມ​ເຂົ້າ​ໃຈ​ຫຍັງຫຼາຍ ແຕ່​ຖ້າ​ເປັນ​ມືໃໝ່ ຫຼື ຜູ້​ທີ່ຫຼີ້ນ​ມາ​ດົນ ແຕ່ບໍ່​ທັນ​ເຂົ້າ​ໃຈ​ວິ​ທີຫຼີ້ນກໍ່​ລອງ​ສຶກ​ສາ​ເບີ່ງວ່າ​ມັນ​ມີ​ວີ​ທີ​ການຫຼີ້ນ​ແບບ​ໃດ໋ ສຳ​ລັບ​ນັກ​ສູ້​ທີ່​ແນະ​ນຳ​ສ​ຳ​ລັບ​ມື​ໄໝ່​ຫັດຫຼີ້ນ ຂໍ​ແນະ​ນຳ ນັກ​ສູ້ Layla ຫຼື Miya ເພາະ​ສອງ​ຕົວ​ນີ້​ຍິງ​ອາ​ວຸດ​ໄກ ​ປອ​ດ​ໄພ ມີ​ສະ​ກິ​ລ​ແບບ​ເທບໆໃຫ້​ໃຊ້

ວິ​ທີ​ການ​ໃຊ້ kill ໃນ​ເກມ​ນີ້​ສ່ວນ​ໃຫຍ່​ເກີດ​ຈາກ​ການ​ໃຊ້ Combo skill ດັ່ງ​ນັ້ນ​ຕ້ອງ​ຈັດ​ລຽງ​ລຳ​ດັບ​ການ​ໃຊ້​ໃຫ້​ດີ ຖ້າ​ໃຊ້​ຜິດ​ລຳ​ດັບ ຫຼື​ຜິດ​ເວ​ລາ ກໍ່​ໝົດ​ສິດ​ໄດ້ kill ອັນ​ນີ້​ສຳ​ຄັນຫຼາຍ ຕ້ອງ​ຈັດ​ລຽງ​ໃຫ້​ຖຶກ ແລະ ອັບ​ເກດ​ໃຫ້​ຖຶກລຳ​ດັບ​ນຳ

ການ​ຂ້າ​ມິນ​ນ້ຽນ Minions ກໍ​ມີ​ຄວາມ​ສຳ​ຄັນ​ເພາະ​ທຸກ​ຄັ້ງ​ທີ່​ຂ້າ ຈະ​ມີ​ເງິນ​ໄປ​ຊື້​ໄອ​ເທັມ ໃນ​ການ​ອັບ​ເກດ​ຕົວ​ເອງ​ໃຫ້​ແຂງ​ແກ່ນ​ຂື້ນ ເຊັ່ນ ແລ່ນ​ໄວ​ຂື້ນ ໂຈມ​ຕີ​ໄດ້​ໄວ​ຂື້ນ ເລືອດຫຼາຍ​ຂື້ນ ປະ​ມານ​ນີ້ ( ແຕ່ກ​ະ​ມີ​ຜູ້ຫຼີ້ນ​ບາງ​ຈຳ​ນວນ​ທີ່​ເລືອກ​ຊື້​ໄອ​ເທັມ​ບໍ່​ເຂົ້າ​ກັບ​ນັກ​ສູ້​ຂອງ​ຕົວ​ເອງ ເຊັ່ນ ໄອ​ເທັມ​ທີ່​ເຂົາ​ແນະ​ນຳ​ເພີ່ນ​ພັດ​ບໍ່​ຊື້​ເອົາ ໄປ​ຊື້​ເອົາ​ໂຕ​ທີ່​ເຂົາ​ບໍ່​ແນ​ະ​ນຳ ອັນ​ນີ້ກໍ່​ເປັນ​ສາ​ເຫດ​ເຮັດ​ໃຫ້​ຊ້າ ແລະ ພະ​ລັງ​ບໍ່​ແຂງ​ແກ່ນ ແອັດ​ຂໍ​ບອກ​ເລີຍ​ວ່າ ຄວນ​ຈະ​ຊື້​ໄອ​ເທັມ​ທີ່​ເຂົາ​ແນ​ະ​ນຳ​ເທົ່າ​ນັ້ນ​ເປັນ​ການ​ດີ​ທີ່​ສຸດ )

ດັ່ງ​ນັ້ນ​ຜູ້ຫຼີ້ນ​ຢ່າ​ຄິດ​ວ່າ​ການ​ໄລ່​ຂ້າ​ຜູ້​ອື່ນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ຜູ້ຫຼີ້ນ​ທີ່​ເກັ່ງ​ເພາະ​ອັນ​ທີ່​ຈິງ​ແລ້ວ​ມັນ​ພຽງ​ແຕ່​ເຮັດ​ໃຫ້​ເຈົ້າ​ຮູ້​ສຶກ​ສະ​ໃຈ​ກໍ່​ເທົ່າ​ນັ້ນ ດັ່ງ​ນັ້ນ​ການ​ຂ້າ​ມິນ​ນ້ຽນ​ຈື່ງ​ສຳ​ຄັນ​ທີ່​ສຸດ​ແກ່​ຕົວ​ເຮົາ​ເອງ ແຕ່ກໍ່​ຢ່າ​ລືມ​ຊ່ວຍ​ໝູ່​ໃນ​ທີມ​ນຳ ບໍ່​ແມ່ນ​ເອົາ​ແຕ່​ຂ້າ​ມິນ​ນ້ຽນ​ຈົນ​ລືມ​ຊ່ວຍ​ເພື່ອນ​ໃນ​ທີ​ມ​ເພາະ​ຖ້າບໍ່​ຊ່ວຍ​ເພື່ອນກໍ່​ໜ້າ​ລັງ​ກຽດ​ທີ່​ສຸດ ເຖິງວ່າ​ເຮົາ​ສິ​ເກັ່ງ ເອົາ​ຊະ​ນະ​ຜູ້ຫຼີ້ນ​ຝ່າຍ​ກົງ​ກັນ​ຂ້າມ​ໄດ້ ແຕ່​ທ່ານ​ຄົນ​ດຽວກໍ່​ບໍ່​ສາ​ມາດເອົາ​ຊະ​ນະ​ຜູ້​ຫຼີ້ນ​ຄົນ​ອື່ນ​ທັ້ງ​ໝົດ​ໃນ​ເກມ​ໄດ້​ແນ່ນອນ​ເພາະ​ການຫຼີ້ນ​ເກມ​ນີ້​ຕ້ອງ​ຮູ້​ຈັກ​ຄຳ​ວ່າ ສາ​ມັກ​ຄີ​ຄື​ພະ​ລັງ

ແອັດ​ມິນ​ເອງກໍ່​ຫຼີ້ນ​ມາ​ເປັນ​ເວ​ລາ​ດົນ​ລະ ຊະ​ນະ​ໄດ້ MVP ກໍ່​ປະ​ມານ 15 ຄັ້ງ ເພາະ​ຖ້າ​ຖືຫຼັກ​ການ​ດັ່ງ​ທີ່​ວ່າ ມັນ​ກໍ່​ເຮັດ​ໃຫ້​ເຮົາ​ມີ​ໂອ​ກາດ​ຊະ​ນະ​ໄດ້​ງ່າຍໆ ດັ່ງ​ນັ້ນ​ເຮົາ​ຕ້ອງ​ຮູ້​ຈັກ​ວີ​ທີ​ຕໍ່​ໄປ​ນີ້


 ​- ຕ້ອງ​ຮູ້​ຈັກ​ຄຳ​ວ່າ ປອດ​ແຫກ  ຫຼີ້ນ​ແບບ​ປອດ​ແຫກ​ໄປ​ກ່ອນ ຢ່າ​ຟ້າວ​ຫ້າວ​ຕັ້ງ​ແຕ່​ເລ​ເວ​ລ1 - 4 ເພາະ​ແນວ​ໃດ໋​ເຮົາ​ກໍ່​ຂ້າ​ຝ່າຍ​ກົງ​ກັນ​ຂ້າມບໍ່​ໄດ້​ແນ່ນອນ ນອກ​ຈາກ​ຝ່າຍ​ກົງ​ກັນ​ຂ້າມ​ມັນ​ຈະ​ເປັນ​ມື​ໄໝ່ ແລະ ໂງ່ ແລ່ນ​ຕາມ​ເຮົາ​ມາ​ທີ່​ປ້ອມ​ປືນ ຈົນ​ເຮົາ​ກັບ​ປ້ອມ​ສອຍ​ມັນ​ຈົນ​ຕາຍ ແຕ່​ຄວາມ​ເປັນ​ຈິງ​ມັນ​ກະ​ມີ​ນ້ອຍຫຼາຍ​ທີ່​ຈະ​ເກີດ​ແບບ​ນີ້ ດັ່ງ​ນັ້ນ​ຂໍ​ບອກ​ໄວ້​ເລີຍ​ວ່າ ຕ້ອງ​ປອດ​ແຫກ ສະ​ສົມ​ເງິນ ແລະ ເກັບ​ເລ​ເວ​ລ​ໄປ​ກ່ອນ ເພື່ອ​ໃຫ້​ໄດ້​ທັ້ງ 3 ສະ​ກິ​ລ ແລ້ວ​ຄ່ອຍ​ເລີ່ມ​ໄລ່ kill
- ຕ້ອງ​ຮ​ູ້​ວ່າ​ຕົວ​ເອງ​ຫຼີ້ນ​ຫຍັງ ຫຼີ້ນ​ໃຫ້​ກົງ​ກັບ​ແນວ​ທາງ ເຊັ່ນ ຖ້າຫຼີ້ນ​ສາຍ Marksman  ຫຼື ຊຸ້ມ​ຍິງ ກໍ່​ຕ້ອງ​ຢູ່​ແນວຫຼັງ​ບໍ່​ແມ່ນ​ໄປ​ຢູ່​ກາງວົງ​ທີ່​ເຂົາ​ກ​ຳລັງ​ປະ​ທະ​ກັນ​ຢູ່ ຖ້າຫຼີ້ນ​ແບບ​ນີ້​ຮັບ​ຮອງວ່າ​ຕາຍ​ລູກ​ດຽວ ສະ​ນັ້​ນ​ຕ້ອງຫຼີ້ນ​ໃຫ້​ຖຶກ​ສາຍ  ຫຼື ຖ້າຫຼີ້ນ​ຕົວ ແທ້ງ ຕົວ​ຊົນ​ແຖວ​ໜ້າ ແຕ່​ເສືອກ​ປອດ​ແຫກ ບໍ່​ກ້າ​ແລ່ນ​ໄປ​ເປີດ ແບບ​ນີ້ກໍ່​ບໍ່​ໄຫວ ດັ່ງ​ນັ້ນ​ຖາມ​ຕົວ​ເອງ​ກ່ອນ​ວ່າ ມັກ​ສາຍ​ໃດ໋




- ເລືອກ​ຮີ່​ໂລ້​ໃຫ້​ເໝາ​ະ​ກັບ​ສະ​ຕາຍ​ການຫຼີ້ນ​ຂອງ​ເຮົາ​ເອງ ເຊີ່ງ​ຮີ່​ໂລ້​ແຕ່​ລະ​ຕົວ​ຈະ​ມີ​ຟີ ແລະ ຊື້​ມາ ຖ້າ​ຢາກ​ໄດ້​ກໍ່​ສະ​ສົມ​ແຕ້​ໃນ​ເວ​ລາ​ຕໍ່​ສູ້​ມາ​ຊື້​ເອົາ​ຕົວ​ທີ່​ມັນ​ຄັກໆ

- ຕ້ອງ​ດັນ​ປ້ອມ ເກມ​ນີ້​ມື​ໃໝ່​ທີ່​ພວມຫຼີ້ນ​ເປັນ​ຈະ​ເລີ່ມ​ສັບ​ສົນ​ບໍ່​ຮູ້​ວ່າ​ຕົວ​ເອງຫຼີ້ນ​ແບບ​ໃດ໋ ມ່ວນ​ກັບ​ການ​ໄປ​ສູ​້ ແລະ ໄປ​ໄລ່​ຂ້າ​ຝ່າຍ​ກົງ​ກັນ​ຂ້າມ ຈົນ​ລືມ​ໄປ​ວ່າ​ເກນ​ນີ້​ເຂົາ​ວັດ​ກັນ​ທີ່​ການ​ແພ​້​ຊະ​ນະ  ແລະ ການ​ທຳ​ລາຍ​ຖານ​ແມ່​ຂອງ​ອີກ​ຝ່າຍ ດັ່ງ​ນັ້ນ​ຄວນ​ພະ​ຍາ​ຍາມ​ດັນ​ປ້ອມ​ອີກ​ຝ່າຍ​ໃຫ້​ແຕກຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ເພື່ອ​ທີ່​ເຮົາ​ຈະ​ມີ​ໂອ​ການ​ດັນ​ປ້ອມ​ໃນ​ສຸດ​ໃຫ້​ແຕກ ແລ້ວ​ປ່ອຍ ຊຸບ​ເປີ້​ມິນ​ນ້ຽນ​ທີ່​ແຂງ​ແກ່ນ​ຂ້ອງ​ເຮົາ​ອອກ​ໄປ​ສູ້  ວິ​ທີ​ການ​ດັນ​ປ້ອມ​ໃຫ້​ແຕກ​ຄື ພາຍຫຼັງ​ທີ່​ພວກ​ມິນ​ນ້ຽນ​ເຂົ້າ​ໄປ​ຕີ​ກ່ອນ​ແລ້ວ​ເຮົາ​ຈື່ງ​ຕາມ​ເຂົ້າ​ໄປ​​ນຳຫຼັງ​ຫ້າມ​ເຂົ້າ​ໄປ​ກ່ອນ ເພາະ ຖ້າ​ເຮົາ​ເຂົ້າ​ໄປ​ກ່ອນ​ເຮົາ​ຈະ​ເປັນ​ເປົ້າ​ໂຈມ​ຕີ​ຈາກ​ປ້ອມ​ຂອງ​ອີກ​ຝ່າຍ​ທັນ​ທີ ດັ່ງ​ນັ້ນ​ຕ້ອງ​ເຂົ້າ​ໄປ​ຕາມຫຼັງ ແລະ ຄອຍ​ສັງ​ເກດ​ມິນ​ນ້ຽນ​ຂອງ​ຝ່າຍ​ເຮົາ ຖ້າ​ໃກ້​ຈະ​ຕາຍ​ແລ້ວ​ໃຫ້​ເຮົາ​ຟ້າວ​ອອກ​ມາ​ຈາກ​ລັດ​ສະ​ໝີ​ວົງ​ລ້ອມ​ຂອງ​ປ້ອມ​ອີກ​ຝ່າຍ​ທັນ​ທີ ຖ້າ​ຫາກ​ເຮົາ​ຍັງ​ຂືນ​ສູ້​ຕໍ່​ໄປ ເຮົາ​ກໍ່​ຕາຍ​ໄປ​ຊື່ໆ ເພາະ​ປືນ​ປ້ອມ​ຂອງ​ອີກ​ຝ່າຍ​ມັນ​ຍິງ​ແຮງ​ທີ​ສຸດ ບໍ່​ເກີນ 3 ຫາ 4 ຄັ້ງ​ເຮົາ​ກໍ່​ຕາຍ

 


- ຕ້ອງ​ຮູ້​ຈັກ​ແຜນ​ທີ່​ເປັນ​ຢ່າງ​ດີ ໃນ​ການຫຼີ້ນ​ທຸກ​ຄັ້ງ​ຕ້ອງ​ທຳ​ຄວາມ​ເຂົ້າ​ໃຈ​ກັບ​ແຜນ​ທີ່ ຕ້ອງ​ຄຸ້ນ​ເຄີຍ​ກັບ​ແຜນ​ທີ່​ໃຫ້​ໄດ້​ດີ​ທີ່​ສຸດ ບໍ່​ແມ່ນ​ວ່າ ມົວ​ແຕ່ຫຼີ້ນ​ຈົນ​ລືມ​ສັງ​ເກດ​ແຜນ​ທີ່ ຕ້ອງ​ສັງ​ເກດ​ເບີ່ງວ່າ​ມີ​ຊ່ອງ​ທາງ​ໃດ ແລະ ຈະ​ແລ່ນ​ໄປ​ທາງ​ໃດ​ໃຫ້​ໄວ​ທີ​ສຸດ ແລະ​ຕ້ອງ​ສັງ​ເກ​ດ​ແຜນ​ທີ່​ຕະຫຼອດ​ເວ​ລາ​ເພື່ອ​ທີ່​ຈະ​ປະ​ເມີນ​ວ່າ​ຝ່າຍ​ເຮົາ​ແລະ​ອີກ​ຝ່າຍ​ຢູ່​ສ່ວນ​ໃດ​ຂອງ​ເກມ​ເພື່ອ​ທີ່​ເຮົາ​ຈະ​ໄດ້​ປັບ​ປ່ຽນ​ວີ​ທີ​ການຫຼີ້ນ​ໄດ້​ທັ​​ນ​ກັບສະ​ຖານ​ະ​ການ

- ຕ້ອງ​ຮູ້​ຈັກ​ຫຼົ​ບ​ລີ້​ຕາມ​ພຸ່ມ​ໄມ້ ເພາະ​ເກມ​ນີ້​ສາ​ມາດຫຼົບ​ລີ້​ຕາມ​ພຸ່ມ​ໄມ້​ໄດ້ ໂດຍ​ສະ​ເພາະ​ຜູ້​ທີ່ຫຼີ້​ນ​ສາຍ​ນັກ​ຂ້າ ຕ້ອງ​ຮີບ​ຟ້າວ​ໄປ​ແອບ​ລີ້ ເພື່ອ​ທີ່​ຈະ​ໄດ້​ເພີ່ມ kill ໄດ້​ໄວ ແຕ່​ກະ​ຢ່າ​ລືມ​ວ່າ ເຮົາ​ແຂງ​ແກ່ນ​ສ່ຳ​ໃດ໋​ແລ້ວ ບໍ່​ແມ່ນ​ວ່າ ສາຍ​ນັກ​ຂ້າ ສິ​ຖ້າ​ແຕ່​ຂ້າ ສັດ​ຕູ​ມາ​ສອງ​ຄົນ​ເຮົາ​ຜູ້​ດຽວ​ກະ​ຂ້າ​ເຂົາ​ບໍ່​ໄດ້​ເຊັ່ນ​ກັນ

- ຕ້ອງ​ຢ້ານ​ປ້ອມ ແມ່ນ​ຢູ່​ວ່າ​ເຮົາ​ຕ້ອງ​ດັນ​ປ້ອມ​ໃຫ້​ແຕກໄດ້ຫຼາຍ ແລ້ວ​ໄວ ແຕ່​ຂະ​ນະ​ດຽວ​ກັນ​ຕ້ອງ​ເຂົ້າ​ໃຈ​ວ່າ​ປ້ອມ​ນີ້​ມັນ​ຍິງ​ແຮງ​ທີ​ສຸດ ດັ່ງ​ນັ້ນ​ເວ​ລາ​ປະ​ທະ​ກັບ​ອີກ​ຝ່າຍ ຜູ້ຫຼີ້ນ​ມັກ​ຈະ​ລວງ​ໃຫ້​ເຮົາ​ໄປ​ຕີ​ກັນ​ໃກ້ໆ​ກັບ​ປ້ອມ​ຂອງ​ເຂົາ ເພາະ​ປ້ອມ​ຂອງ​ເຂົາ​ຍິງ​ແຮງ ແລະ ມັນ​ກໍ່​ຊ່ວຍ​ທຸ່ນ​ແຮງ​ຂ້າ​ຂອງ​ອີກ​ຝ່າຍ​ໄດ້ ເຊັ່ງ​ດຽວ​ກັນ ຖ້າ​ເຮົາ​ລວງ​ອີກ​ຝ່າຍ​ມາ​ປະ​ທະ​ກັນ​ໃກ້​ກັບ​ປ້ອ​ມ​ເຮົາ ແລ້ວ​ລຸມ​ຕີ​ອີກ​ຝ່າຍ ( ເອີ້ນ​ງ່າຍໆ​ວ່າ ກິນ​ຊຸມ ) ໂອ​ກາດ​ທີ່​ເຮົາ​ຈະ​ເກັບ kill ກໍ່​ເພີ່ມ​ຂື້ນ



  • - ຕ້ອງບໍ່​ຕາຍ ອັນ​ນີ້ກໍ່​ສຳ​ມະ​ຄັນ ຫ້າມ​ຕາຍ ຫຼື ຕາຍ​ໃຫ້​ນ້ອຍ​ທີ່​ສຸດ ເພາະ​ທຸກ​ຄັ້ງ​ທີ່​ຕາຍ ເຮົາ​ຈະ​ເສຍ​ເວ​ລາ ແລະ ເລ​ເວ​ລ​ຈະ​ຕາມຫຼັງ​ຄົນ​ອື່ນ ຕາມ​ຈຳ​ນວນ​ວິ​ນາ​ທີ​ທີ່ກຳ​ລັງ​ເກີດໄໝ່ ດັ່ງ​ນັ້ນ​ທາງ​ທີ່​ດີ​ທີ່​ສຸດ​ຕ້ອງ​ຫ້າມ​ຕາຍ  ແຕ່ກະ​ຕ້ອງ​ເພີ່ງ​ພາ​ເທັກ​ນິກ​ອື່ນໆ ທີ່​ແນະ​ນຳ​ມາ ເຊັ່​ນ​ວ່າ ປອດ​ແຫກ​ໄປ​ກ່ອນ


- ຕ້ອງ​ຮູ້​ຈັກ​ທີ່​ຈະ​ຊ່ວຍ​ເພື່ອນ  ອັນ​ນີ້​ກະ​ສຳ​ມະ​ຄັນ ຖ້າ​ເພື່ອນ​ບ້າໆ ກະ​ຢ່າ​ໄປ​ຊ່ວຍ​ມັນ ປ່ອຍ​ໃຫ້​ມັກ​ຖຶກ​ຂ້າ​ຕາຍ​ສະ ພວກ​ນີ້​ຊ່ວຍ​ໄປ​ກະ​ບໍ່​ມີ​ປະ​ໂຫຍດ ຫາ​ມີ​ຫຍັງ​ດີ​ຂື້ນ​ມາ ແຕ່​ຖ້າ​ສຶກ​ສາ​ວິ​ທີ​ນີ້​ຈົບ​ໄປ​ທ່ານ​ຈະ​ບໍ່​ແມ່ນ​ຜູ້ຫຼີ້ນ​ທີ່ noob ອີກ​ຕໍ່​ໄປ   ດັ່ງ​ນັ້ນ​ຕ້ອງຫຼີ້ນ​ໄປ​ຕາມ​ສະ​ເຕັບ ຮູ້​ວ່າ​ຄວນ​ຈະ​ໄປ​ທາງ​ໃດ ແລະ ເວ​ລາ​ໃດ​ຕ້ອງ​ຊ່ວຍ​ເພື່ອນ  ເວົ້າ​ພາ​ສາ​ພື້ນ​ບ້ານ​ກະ  ໝາ​ໝູ່ ຖ້າ​ໄປ​ແບບ​ດ່ຽວໆ​ຍາກ​ທີ່​ຈະ​ລອດ ຖ້າ​ໄປ​ພໍ້​ຝ່າຍ​ທີ່​ເຂົາ​ມາ 2 ຄົນ ແນ່ນອນ​ທ່ານ​ຕ້ອງ​ຂ້າ​ໄດ້​ແຕ່​ພຽງ​ຄົນ​ດຽວບໍ່​ສາ​ມາດ​ຂ້າ​ໄດ້​ໝົດ​ສອງ​ແລະ​ຂະ​ນະ​ດຽວ​ກັນ​ອີກ​ຝ່າຍ​ມັນ​ສິ​ຖ້າ​ເຈົ້າ​ຂ້າ​ມັນ​ຕີ ມັນ​ກະ​ຕ້ອງ​ຂ້າ​ເຈົ້າ​ແນ່ນອນ 

  • ຕ້ອງ​ຮູ້​ຈັກ​ຈັບ​ຄູ່​ໃຫ້​ຖຶກ​ຕ້ອງ​ເພື່ອ​ທີ່​ຈະ​ສ​ະ​ໜັບ​ສະ​ໜູນ​ກັນ​ຂ້າ​ອີກ​ຝ່າຍ​ເຊັ່ນ​ວ່າ ສາຍ​ແທ້ງ ຄູ່​ກັບ ສາ​ຍິງ​ໄກ ຫຼື ສາຍ​ແທ້ງ ຄູ່​ກັບ ສາຍ​ນັກ​ຂ້າ ປະ​ມານ​ນີ້ 

- ຕ້ອງ​ປະ​ຫຍັດ​ມາ​ນາ ແລະ ຄຳ​ນວນ​ໃຫ້​ດີ​ວ່າ​ຈະ​ໃຊ້​ຕອນ​ໃດ່ ຢ່າ​ໃຊ້​ສຸ​ລຸ້ຍ​ສຸ​ລ່າຍ ໂດຍບໍ່​ຈຳ​ເປັນ ແອັດ​ມິນ​ເຫັນ​ມາຫຼາຍ​ແລ້ວ​ພວກ​ນີ້ ພວ​ກຫຼີ້ນ​ແບບ noob  ສ່ວນ​ໃຫຍ່​ຈະ​ໃຊ້​ສະ​ກິ​ລ​ກັບ​ມິນ​ນ້ຽນ   ຖາມ​ແນ່ ໄປ​ໃຊ້​ເຮັດ​ຫຍັງ​ກັບ​ພວກ​ມິນ​ນ້ຽນ​ມັນ​ບໍ່​ສາ​ມາດ​ຂ້າ​ເຮົາ​ໄດ້​ດອກ ເຮົາ​ຍິງ​ມັນ 3 - 4 ບາດ​ມັນ​ກະ​ຕາຍ​ແລ້ວ ຂະ​ໜາດ​ເລືອດ​ພະ​ລັງ​ເຮົາ​ຍັງ​ນ້ອຍດຽວ​ຍັງ​ສາ​ມາດ​ຂ້າ​ມັນ​ໄດ້ 
-ຕ້ອງ​ຮູ້​ຈັກ​ອັບ​ເກດ Emblem ອັນ​ນີ້​ສຳ​ຄັນ​ເພາະ​ຈະ​ເຮັດ​ໃຫ້​ຄ່າ Stat ຕ່າງໆ ຂອງ​ຕົວ​ຜູ້ຫຼີ້ນ​ສູງ​ຂຶ້ນ ສົ່ງ​ຜົນ​ໃຫ້​ຜູ້ຫຼີ້ນ​ມີ​ຄວາມ​ເກັ່ງຫຼາຍ​ຂື້ນ ຕັ້ງ​ແຕ່​ຕົ້ນ​ເກມ ເອີ້ນ​ໄດ້​ວ່າ ຊິງ​ຄວາມ​ໄດ້​ປຽບ​ຕັ້ງ​ແຕ່ບໍ່​ທັນຫຼີ້ນ​ກະ​ເປັນ​ໄດ້

  
ເທັນ​ນິກ​ທີ່​ແອັດ​ມິນ​ນຳ​ມາ​ບອກ​ອາດ​ຈະ​ຍາວ​ໄປ​ແນ່ ແຕ່​ກະ​ແນະ​ນຳ​ໃຫ້​ຜູ້​ທີ່ຫຼີ້ນ​ເກມ​ນີ້​ອ່ານ ແລະ ທຳ​ຄວາມ​ເຂົ້າ​ໃຈ ເຮົາ​ຕ້ອງ​ເຂົ້າ​ໃຈ​ພື້ນ​ຖານ ການ​ເອົາ​ຕົວ​ລອດ​ໃນ​ສະ​ໜາມ​ຮົບ.


ຕິດ​ຕາມ​ຂໍ້​ມູນ​ເພີ່ມ​ເຕີມ​ເພື່ອບໍ່​ພາດ​ທຸກ​ຂ່າວ​ສານ​ຕ່າງໆ​ໄດ້​ທີ່:
Facebook.com/TODAY News
Facebook.com/ກະ​ດານ​ດຳ

ສົນ​ໃຈ​ເປັນ​ສາ​ມາ​ຊິກ​ຂອງ​ພວກ​ເຮົາ​ແອັດ​ໄປ​ໄດ້​ທີ່ ID line : @fbj7639k    ( ກະ​ລ​ຸ​ນາ​ຕື່ມ @ໃສ່​ທາງ​ໜ້າ)  


ความคิดเห็น

โพสต์ยอดนิยมจากบล็อกนี้

ປະ​ເທດ​ລາວ​ບ້ານ​ຂ້ອຍ!!! ຄວາມ​ຮູ້​ຄວາມ​ຮູ້

10 ສາກ​ພາ​ບ​ພະ​ຍົນ " Before & After " ການ​ໃຊ້​ສະ​ເປ​ຊ໋ຽວ​​ເອັ​ຟ​ເຟ​ັກ​​ຂອງ ຮໍລີ​ວູດ