#ກະຈ່າງແຈ້ງ...!!! #ຖ້າບໍ່ຢາກໃຫ້ແບັດເຕີຣີ່ຂອງທ່ານເສື່ອມຢ່າເຮັດສີ່ງນີ້
#ກະຈ່າງແຈ້ງ...!!! #ຖ້າບໍ່ຢາກໃຫ້ແບັດເຕີຣີ່ຂອງທ່ານເສື່ອມຢ່າເຮັດສີ່ງນີ້ໃນເວລາສາກແບັກ ຄວາມຈິງທີ່ເຂົ້າໃຈຜິດມາຕະຫຼອດ ກວດສອບດ່ວນ!!!
ເຮົາມີພຶດຕິກຳການໃຊ້ SmartPHONE ຫຼື Tablet ແບບໃດ ຖຶກຕ້ອງຫຼືບໍ່ ໂດຍໃນມື້ນີ້ທາງ TODAY News ມີວິທີການດູແລ ແບັກເຕີຣີ່ຂອງທ່ານໃຫ້ເຊື່ອມຄຸນນະພາບຊ້າລົງ ດ້ວຍການ " ຫ້າມເຮັດ" ພຶດຕິກຳແບບນີ້ ກັບ SmartPHONE ຫຼື Tablet ຂອງເຮົາ ຈະມີຂໍ້ຫ້າມຫຍັງແນ່ ມາຕິດຕາມກັນເລີຍ!!
ການສາກແບັດເຕີຣີ່ ຖືວ່າເປັນປັດໄຈຫຼັ້ກທີ່ຈະບົ່ງບອກໄດ້ວ່າ ແບັດເຕີຣີ່ຈະໃຊ້ໄດ້ຍາວນານ ຫຼື ເສື່ອມໄວຂື້ນກວ່າເກົ່າ ສຳລັບ SmartPHONE ຫຼື Tablet ຄວນຈະປ່ອຍໃຫ້ພະລັງງານເຫຼືອເກີນ 50% ຈະດີທີ່ສຸດ ຍີ່ງເຮົາປ່ອຍໃຫ້ແບັກເຕີຣີ່ເຫຼືອຕ່ຳກວ່າ 50%ເທົ່າໃດ ຍີ່ງເຮັດໃຫ້ແບັກເຕີຣີ່ຂອງເຮົາເສື່ອມໄວເທົ່ານັ້ນ ແລະທີ່ສຳຄັນຢ່າພະຍາຍາມສາກຈົນເຕັມ 100% ເພາະນັ້ນກໍ່ເປັນສາເຫດທີ່ເຮັດໃຫ້ ແບັກເຕີຣີ່ຄ່ອຍໆເສື່ອມອາຍຸການໃຊ້ງານລົງ ດັ່ງນັ້ນ ຖ້າຫາກແບັກເຕີຣີ່ລົດລົງເຖິງລະດັບ 40% ກໍ່ຄວນເອົາສາຍສາກມາສາກກັນໄດ້ແລ້ວ ແລະຄວນຈະສາກໃຫ້ຢູ່ໃນລະດັບ 90% ຢ່າສາກປະໄວ້ໝົດຄືນ ຫຼື ຖ້າຕ້ອງການສາກໃຫ້ເຕັມ 100% ຄວນຈະເຮັດພຽງແຕ່ເດືອນລະຄັ້ງເທົ່ານັ້ນ
ເມື່ອສາກເຕັມແລ້ວກໍ່ຄວນຮີບຖອດອອກ ເນື່ອງຈາກສະຖານະການສາກເຕັມນັ້ນຄືກັບກ້າມເນື້ອຂອງເຮົາທີ່ກຳລັງຕຶງຄຽດຢູ່ ການທີ່ເຮົາຖອດສາຍສາກອອກຊ່ວຍໃຫ້ແບັກເຕີຣີ່ .. ຜ່ອນຄາຍ.. ແລະບໍ່ມີແຮງດັນສູງ
ການສາກແບັກເລື້ອຍໆ : ມີຫຼາຍຄົນມັກຈະລໍຖ້າຈົນກວ່າແບັກຈະໝົດແລ້ວຈື່ງນຳໄປສາກ ແຕ່ການວິໄຈໄດ້ຊີ້ໃຫ້ເຫັນວ່າ ເຮົາຄວນຈະປ່ອຍໃຫ້ພະລັງງານເຫຼືອເກີນ 50% ຈະດີທີ່ສຸດ ແຕ່ເນື່ອງຈາກທຸກຄົນບໍ່ສາມາດເຮັດຕາມໄດ້ ທີ່ດີທີ່ສຸດກໍ່ຄືມີເວລາເອົາສາຍສາກອອກມາສາກກັນໄດ້ແລ້ວແຕ່ກໍ່ຄວນສາກໃນລະດັບ 90%
ຢ່າປ່ອຍໃຫ້ມືຖືຮ້ອນເກີນໄປ: ຖ້າເຮົາເຫັນວ່າມືຖືຮ້ອນເກີນໄປ ເວລາສາກກໍ່ຄວນຖອດເຄດສ໌ອອກດີທີ່ສຸດເພື່ອໃຫ້ມືຖືສາມາດລະບາຍຄວາມຮ້ອນໄດ້ ແລະ ຄວນຫຼີກຫຼ່ຽງມືຖືບໍ່ໄດ້ໄປຖືກແສງແດດ
ການສາກແບັກມີຜົນຕໍ່ອາຍຸການໃຊ້ງານຂອງແບັກເຕີຣີ່ໂດຍກົງຖ້າເຮົາພົບວ່າ ແບັກເຕີຣີ່ໝົດໄວຜິດປົກກະຕິ ເຮົາຕ້ອງເລີ່ມໃສ່ໃຈ ແລະ ລອງເຮັດຕາມວີທີການດູແລທີ່ TODAY News ນຳມາຝາກ ເພື່ອທີ່ຈະເຮັດໃຫ້ແບັກຂອງທ່ານເສື່ອຊ້າລົງ ແລະ ມີອາຍຸການໃຊ້ງານທີ່ຍາວນານຂື້ນ
ສາມາດຕິດຕາມຂ່າວສານໄດ້ທີ່:
Facebook fanpage: TODAY News ຫຼື todaynews.la
Facebook fanpage: ກະດານດຳ




ความคิดเห็น
แสดงความคิดเห็น