ປະ​ໂຫຍດ​ແລະ​ໂທດ​ຈາກ​ການ​ກິນ​ເຜັດ


ອາ​ຫານ​ເຜັດ​ເປັນ​ລົດ​ຊາດ​ທີ່​ຢູ່​ຄູ່​ກັບ​ຄົນ​ລາວ​ມາ​ດົນ​ນານ ແລະ​ ເກືອບ​ທຸກ​ພາກ​ຂອງ​ລາວ​ຈະ​ມີ​ອາ​ຫານ​ລົດ​ຊາດ​ເຜັດ​ຮ້ອນ​ແຕກ​ຕ່າ​ງ​ກັນ​ໄປ  ເຊີ່ງ​ອາ​ຫາ​ນ​ລົດ​ຊາດ​ເຜັດ​ນີ້​ແມ່ນ​ຈະ​ໄດ້​ມາ​ຈາກ​ໝາກ​ພິກ​ໃນ​ສ່ວນ​ບໍ​ລິ​ເວນ​ກ້ານ​ເຊີ່ງ​ມີ​ຄວາມ​ເຜັດຫຼາຍກວ່າ​ສ່ວນ​ອື່ນໆ ສ່ວນ​ເປືອກ ແລະ ເມັດ​ຂອງ​ໝາກ​ພິກ ຈະ​ມີ​ສານ​ເຜັດ​ນ້ອຍ​ລົງ​ມາ​ຈາກ​ກ້ານຫຼື​ຫົວ​ພິກ  ເຮົາ​ມາ​ເບີ່ງ​ກັນ​ວ່າ ສານ​ເຜັດ​ຂອງ​ໝາກ​ພິກ​ນີ້​ໃຫ້​ປະ​ໂຫຍດ​ແລະ​ໂທດ​ແນວ​ໃດ​ຕໍ່​ກັບ​ຮ່າງ​ກາຍ​ຂອງ​ເຮົາ

  • ປະ​ໂຫຍດ​ຈາກ​ການ​ກິນ​ເຜັດ
  1. ຊ່ວຍ​ລະ​ບົບ​ເຜົາ​ຜານ​ໃນ​ຮ່າງ​ກາຍ ເພາະ​ລົດ​ຊາດ​ເຜັດ​ຮ້ອນ​ຂອງ​ພິກ​ຈະ​ເຮັດ​ໃຫ້​ເຮົາຫຼັ່ງ​ເຫື່ອ​ອອກ​ມາ​ຄາຍ​ຄວາມ​ຮ້ອນຫຼື​ຄວາມ​ເຜັດ ເຫັນ​ໄດ້​ວ່າ​ບາງ​ຄົນ​ເມື່ອ​ກິນ​ເຜັດ​ຈະ​ມີ​ເຫື່ອ​ອອກຫຼາຍ
  2. ຊ່ວຍ​ລະ​ບົບ​ທາງ​ເດີນ​ຫາຍ​ໃຈ ຊ່ວງ​​ທີ່​ເປັນ​ຫວັດ​ ກໍ່​ໄດ້​ອາ​ຫານ​ລົດ​ຊາດ​ເຜັດ​ຮ້ອນ​ນີ້​ແຫຼະ​ທີ່​ຊ່ວຍ​ໃຫ້​ລະ​ບົບ​ທາງ​ເດີນ​ຫາຍ​ໃຈ​ຂອງ​ເຮົາ​ໂລ່ງ​ຂື້ນ ເພາະ​ສານ ແຄັບ​ໄຊ​ຊິນ​ທີ່​ຢູ່​ໃນ​ພິກ​ນີ້​ທີ່​ຊ່ວຍ​ລົດ​ນ້ຳ​ມູກ​ແລະ​ສານ​ທີ່​ຂວາງ​ທາງ​ເດີນ​ຫາຍ​ໃຈ​ຂອງ​ເຮົາ
  3. ຊ່ວຍ​ລົດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ເປັນ​ໂຣກ​ມະ​ເຣັງ​ໄດ້ ໃນ​ພິກ​ມີ​ວິ​ຕາ​ມິນ​ຊີ​ເປັນ​ຈຳ​ນວນຫຼາຍ ແລະ ການ​ກິນ​ວິ​ຕາ​ມິນ​ຊີຫຼາຍໆ​ກໍ່​ຊ່ວຍ​ໃນ​ການ​ປ້ອງ​ກັນ​ການ​ເກີດ​ມະ​ເຣັງ ເພາະ​ວິ​ຕາ​ມິນ​ຊີ​ຊ່ວຍ​ຢັບ​ຢັ້ງ​ການ​ສ້າງ​ສານ​  ໄຕ​ຊາ​ມິນ ​ເຊີ່ງ​ເປັນ​ສານກໍ່​ເກີດ​ມະ​ເຣັງ 
  4. ຊ່ວຍ​ລົດ​ຄວາມ​ເຈັບ​ປວດ ຈາກ​ການ​ປວດ​ແຂ້ວ ຈາກ​ການ​ເຈັບ​ຄໍ ແລະ ສານ ແຄັບ​ໄຊ​ຊິນ ຍັງ​ຖືກ​ນຳ​ໄປ​ເປັນ​ສ່ວນ​ຜະ​ສົມ​ຂອງ​ຂີ້​ເຜິ້ງ ເພື່ອ​ໃຊ້​ສຳ​ລັບ​ບັນ​ເທົາ​ອາ​ການ​ປວດ​ແລະ​ຄັນ​ໄດ້
  5. ຊ່ວຍ​ລົດ​ອາ​ການ​ອຸດ​ຕັນ​ຂອງ​ເສັ້ນ​ເລືອດ ເພາະ​ຄວາມ​ເຜັດ​ຮ້ອນ​ຈະ​ເຮັດ​ໃຫ້​ລະ​ບົບ​ໂລ​ຫິດ​ໄຫຼວຽນ​ດີ​ຂື້ນ​ແລະ​ຊ່ວຍ​ລົດ​ຄວາມ​ດັນ​ອີກ​ດ້ວຍ
  6. ຊ່ວຍ​ໃຫ້​ຮູ້​ສຶກ​ສົດ​ຊື່ນ ຜົນ​ຈາກ​ການ​ຮັບ​ສານ ແຄັບ​ໄຊ​ຊິນ​ໃນ​ໝາກ​ພິກ ເຮັດ​ໃຫ້​ຮ່າງ​ການຫຼັ່ງ​ເຫື່ອ ແລະ ຊ່ວຍ​ໃຫ້​ຮ່າງ​ກາຍ​ຜະ​ລິດ​ສານ​ເອັນ​ດໍ​ຟິນ


ແຕ່​ການ​ກິນ​ເຜັດຫຼາຍ​ຈົນ​ເກີນ​ໄປ ກໍ່​ບໍ່​ເປັນ​ຜົນ​ດີ​ແກ່​ຮ່າງ​ກາຍ ລອງ​ມາ​ເບີ່ງ​ກັນ​ວ່າ​ການ​ກິນ​ອາ​ຫານ​ເຜັດ​ເລື້ອຍໆ ຫຼື ກິນ​ເຜັດ​ເກີນ​ຂະ​ໜາດ ມັນ​ຈະ​ສົ່ງ​ຜົນ​ເສີຍ​ແນວ​ໃດ​ຕໍ່​ຮ່າງ​ກາຍ

  • ໂທດ​ຈາກ​ການ​ກິນ​ເຜັດ
  1. ໂຣກ​ຫົວ​ໃຈ ລົດ​ຊາດ​ເຜັດ​ຈະ​ຊ່ວຍ​ໃຫ້​ລະ​ບົບ​ໄຫຼວຽນ​ໂລ​ຫິດ​ໃນ​ຮ່າງ​ກາຍ​ທຳ​ງານຫຼາຍ​ຂື້ນ ແລະ ມີ​ຜົນ​ໃຫ້​ຫົວ​ໃຈ​ທຳ​ງານ​ໜັກຫຼາຍ​ຂື້ນ ເຮັດ​ໃຫ້​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂຣກ​ຫົວ​ໃຈ
  2. ໂຣກ​ທາງ​ເດີນ​ກະ​ເພາະ​ອາ​ຫານ ເມື່ອ​ກິນ​ອາ​ຫານ​ລົດ​ຈັດ​ເຜັດ​ເຂົ້າ​ໄປ ຈະ​ເກີດ​ກົດ​ໃນ​ກະ​ເພາະ​ອາ​ຫານ ຖ້າ​ກົດຫຼາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ທ້ອງ​ອືດ ແສບ​ທ້ອງ ປວດ​ທ້ອງ 
  3. ໂຣກ​ອ້ວນ ເພາະ​ລົດ​ຊາດ​ເຜັດ​ຈະ​ຊ່ວຍ​ໃຫ້​ເຮົາ​ຈະ​ເລີນ​ອາ​ຫານ​ໄດ້​ດີ ເຮັດ​ໃຫ້​ກິນ​ອາ​ຫານ​ໄດ້ຫຼາຍ​ຂື້ນ ເຮັດ​ໃຫ້​ເກີດ​ໂຣກ​ອ້ວນ​ຕາມ​ມາ
  4. ແສບ​ຮ້ອນ ເພາະ​ພິກ​ມີ​ສານ​ແຄັບ​ໄຊ​ຊິນ ເຊີ່ງ​ທຳ​ປະ​ຕິ​ກິ​ລິ​ຍາ​ກັບ​ຮ່າງ​ກາຍ​ຂອງ​ເຮົາ ຖ້າ​ລະ​ອອງ​ພິກ​ເຂົ້າ​ດວງ​ຕາ ຫຼື ສຳ​ຜັດ​ກັບ​ຮ່າງ​ກາຍ​ຂອງ​ເຮົາ ອາດ​ຈະ​ເຮັດ​ໃຫ້​ເຮົາ​ແສບ​ຕາ ຫຼື ແສບ​ຮ້ອນ ບໍ​ລິ​ເວນ​ທີ່​ຖຶກ​ລະ​ອອງ​ພິກ



ເຖິງ​ໃນ​ໃດ໋​ກໍ່​ຕາມບໍ່​ວ່າ​ທ່ານ​ໃດ​ຈະ​ມັກ​ກິນ​ເຜັດ​ເປັນ​ຊີ​ວິດ​ຈິດ​ໃຈ ຫຼື ບໍ່​ມັກ​ກິນ​ເຜັດ​ກໍ່​ຕາມ ກໍ່​ຄວນ​ເລືອກ​ກິນ​ໃຫ້​ພໍ​ດີ ເໝາະ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຮ່າງ​ກາຍ​ຈະ​ເປັນ​ການ​ດີ​ທີ່​ສຸດ ດ້ວຍ​ຄວາມ​ປາ​ດ​ຖະໜາ​ດີ​ຈາກ​ພວກ​ເຮົາ TODAY News


ສາ​ມາດ​ຕິດ​ຕາມ​ຂ່າວ​ສານ​ເພີ່ມ​ເຕີມ​ໄດ້​ທີ່
FACEBOOK FANPAGE : TODAY News
FACEBOOK FANPAGE : ກະ​ດານ​ດຳ

ความคิดเห็น

โพสต์ยอดนิยมจากบล็อกนี้

ປະ​ເທດ​ລາວ​ບ້ານ​ຂ້ອຍ!!! ຄວາມ​ຮູ້​ຄວາມ​ຮູ້

ເທັກ​ນິກ​ການຫຼີ້ນ​ເກມ Mobile legends ໃຫ້​ເທບ ຕ້ອງ​ມີ​ຫຍັງ​ແນ່ ແລະ ຫຼີ້ນ​ແນວ​ໃດ

10 ສາກ​ພາ​ບ​ພະ​ຍົນ " Before & After " ການ​ໃຊ້​ສະ​ເປ​ຊ໋ຽວ​​ເອັ​ຟ​ເຟ​ັກ​​ຂອງ ຮໍລີ​ວູດ