ເຮັດ​ໃບ​ຂັບ​ຂີ່​ແບບບໍ່​ຕ້ອງ​ເສັງ!!! ວອນ​ໜ່ວຍ​ງານ​ກ່ຽວ​ຂ້ອງກວດ​ສອບ​ພຶດ​ຕິ​ກຳ​ແບບ​ນີ້



ຈາກ​ກໍ​ລະ​ນີ​ຜູ້​ໃຊ້​ເຟດ​ບຸກ​ຄົນ​ໜື່ງ​ໄດ້​ໂພ​ສ​ຂໍ້​ຄວາມ​ປະ​ກາດ​ເລື່ອງ​ການ​ເຮັດ​ໃບ​ຂັບ​ຂີ່​ A B ໂດຍບໍ່​ຕ້ອງ​ຜ່ານ​ການ​ເສັງ​ແຕ່​ຢ່າງ​ໃດ ໂດຍ​ໂພ​ສ​ຜ່ານ​ກຸ່ມ​ເຟ​ສ​ບຸກ​ຊື່​ວ່າ  " ຮ້ານ​ຄ້າ​ຂອງ​ຄົນ​ລາວ "
 



ຈາກ​ກໍ​ລະ​ນີ​ນີ້ກໍ່​ມີ​ການ​ວິ​ພາກວິ​ຈານ​ກັນ​ໄປ​ໃນຫຼາຍ​ທາງ​ໂດຍ​ສະ​ເພາະ​ ຖ້າ​ຫາກ​ມີ​ການ​ເຮັດ​ແບບ​ນີ້ ຫຼາຍ​ຄົນ​ໃຫ້​ຄວາມ​ເຫັນ​ວ່າ ຈະ​ມີ​ໂຮງ​ຮຽນ​ຂັບ​ຂີ່​ໄປ​ເພື່ອ​ຫຍັງ? ເຮັດ​ແບບ​ນີ້​ຈະ​ເປັນ​ການ​ສໍ້​ໂກງຫຼືບໍ່?  ແລະ​ອີກຫຼາຍໆ​ບັນ​ຫາ ເນື່ອງ​ຈາກ​ຜູ້​ທີ່​ຈະ​ມີ​ໃບ​ຂັບ​ຂີ່​ໄດ້ ຕ້ອງ​ຜ່ານ​ການ​ຮຽນ​ກົດ​ຈະ​ລາ​ຈອນ ແລະ ຜ່ານ​ການ​ສອບ​ເສັງ​ຢ່າງ​ຖຶກ​ຕ້ອງ​ຕາມ​ຂະ​ບວນ​ການ ແຕ່​ຖ້າ​ມີ​ການ​ຮັບ​ເຮັດ​ແບບ​ນີ້ຫຼາຍ​ຄົນ​ເຫັນ​ວ່າ ຈະ​ເປັນ​ຊ່ອງວ່າງ​ຂອງ​ພວກ​ມິດ​ສາ​ຊີບ​ແອບ​ອ້າງ ເອົາ​ເປັນ​ເຮັດ​ໃນ​ທາງ​ຕົ້ມ​ຕຸ້ນ ຫຼອກຫຼວງ​ປະ​ຊາ​ຊົນ ຈົນ​ເກີດ​ຜົນ​ເສຍ​ຫາຍ​ອື່ນໆ​ຕາມ​ມາ  ດັ່ງ​ນັ້ນ​ຈື່ງວອນ​ໃຫ້​ເຈົ້າ​ໜ້າ​ທີ່ ຫຼື ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ມາ​ປາບ​ປາມ ແລະ ອອກ​ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ​ກັບ​ເລື່ອງ​ນີ້

* ຄວາມ​ຄິດ​ເຫັນ​ບາງ​ສ່ວນ ຈາກ​ຜູ້​ໃຊ້​ເຟດ​ບຸກ


.......

......

......

....

....

.......


ความคิดเห็น

โพสต์ยอดนิยมจากบล็อกนี้

ປະ​ເທດ​ລາວ​ບ້ານ​ຂ້ອຍ!!! ຄວາມ​ຮູ້​ຄວາມ​ຮູ້

ເທັກ​ນິກ​ການຫຼີ້ນ​ເກມ Mobile legends ໃຫ້​ເທບ ຕ້ອງ​ມີ​ຫຍັງ​ແນ່ ແລະ ຫຼີ້ນ​ແນວ​ໃດ

10 ສາກ​ພາ​ບ​ພະ​ຍົນ " Before & After " ການ​ໃຊ້​ສະ​ເປ​ຊ໋ຽວ​​ເອັ​ຟ​ເຟ​ັກ​​ຂອງ ຮໍລີ​ວູດ