ສະເຫຼຍແອັພພິເຄຊັ່ນທີ່ມັນມີງູອອກມາ ພິມ #Ran ໃຫ້ຕາຍກະບໍ່ມີທາງຂື້ນ
ຫຼັງຈາກທີ່ເປັນກະແສຍອດຮິດໃນໂຊຊ໋ຽວ ໃຫ້ພິມ #Ran ແລະຈະມີງູໂພ່ອອກມາໃນໜ້າຈໍມືຖື ເຮັດໃຫ້ຫຼາຍຄົນພາກັນ ພິມຢ່າງໃຫຍ່ຢ່າງໄຊ ເພື່ອທີ່ຈະໄດ້ງູມາຢູ່ໃນໜ້າຈໍມືຖື ແຕ່ຜົນສຸດທ້າຍກະບໍ່ມີຫຍັງມາ ແມ້ແຕ່ແມງມີ່ຕົວດຽວຍັງບໍ່ມາ 555 ມື້ນີ້ພວກເຮົາ TODAY News ຈະມາສະເຫຼຍວ່າເຮັດແນວໃດ໋ຈື່ງຈະມີງູອອກມາໃນໜ້າຈໍມືຖືໄດ້ນັ້ນເຮົາຕ້ອງມີແອັພພິເຄຊັ່ນຂອງມັນກ່ອນ
ແອັພທີ່ມີງູອອກມານີ້ຈະສະແດງພາບງູເຄື່ອນໄຫວໄປມາໃນໜ້າຈໍມືຖື ເຊີ່ງງູຊະນິດນີ້ແມ່ນງູເຫຼືອມ ລະຫວ່າງທີ່ງູເຫຼືອໄປມາໃນໜ້າຈໍມືຖື ຜູ້ຫຼີ້ນສາມາດເຮັດກິດຈະກຳອື່ນໆໄດ້ໃນມືຖື ບໍ່ວ່າຈະເປັນຫຼີ້ນເກມ ເບີ່ງໜັງ ຟັງເພງ ເຂົ້າເວັບໄຊຕ໌ອື່ນໆ ໂດຍພາບງູນີ້ເປັນພາບກຣາຟຟຣິກຄຸນນະພາບສູງທີ່ມີຄວາມຄ້າຍຄືງູຂອງຈິງ ເຊີ່ງຖ້າຢາກໃຫ້ມີງູເຫຼົ່ານີ້ມາປາກົດໃນໜ້າຈໍມືຖື ທ່ານຕ້ອງຕິດຕັ້ງແອັພພິເຄຊັ່ນຂອງມັນສາກ່ອນ ໂດຍສາມາດເຂົ້າໄປດາວໂຫລດໄດ້ທີ່
https://play.google.com/store/apps/details?id=com.just4fun.snakeonscreen
ຫຼືໃນ PlayStore
ເມື່ອໂຫລດມາແລ້ວກໍ່ໃຫ້ເປີດແອັພຂື້ນມາ ແລ້ວຕັ້ງຄຳວ່າ ດີເລໄດ້ເລຍ ຫຼື ກົດປຸ່ມ Start ໃນແອັພນັ້ນ
ສຳຫຼັບແອັພນີ້ມີຊື່ວ່າ Snake On Screen Hissing joke ເປີດໃຫ້ໃຊ້ບໍລິການແຕ່ ລະບົບປະຕິບັດການ Android ເທົ່ານັ້ນ ສ່ວນ ລະບົບປະຕິບັດການ ios ບໍ່ສາມາດໃຊ້ໄດ້ ( ອົດຫຼີ້ນນຳໝູ່ )
ແລະການພິມ #Ran ກໍ່ບໍ່ໄດ້ຊ່ວຍຫຍັງເຊັ່ນກັນ ຫຼາຍຄົນອາດຈະສົງໄສວ່າ :
ບັດພວກ ໜູ ແມງກະສາບ ຂີ້ຈ້ຽມ ແລະສັດອື່ນອີກເດ ຄືມາຢູ່ໃນແອັພງູໄດ້
ຂໍບອກເລີຍວ່າ ມັນກະມີແອັພຂອງມັນ ສາດມາໄປດາວໂຫລດ ແລະຕິດຕັ້ງພ້ອມໃຊ້ງານຮ່ວມກັບແອັພອື່ນໆໄດ້ເຊັ່ນກັນ
ສາດມາດຕິດຕາມຂ່າວສານເພີ່ມເຕີມໄດ້ທີ່
FACEBOOK FANPAGE : Today news
FACEBOOK FANPAGE : ກະດານດຳ

ความคิดเห็น
แสดงความคิดเห็น