Beeline ຈະ​ຮັບ​ຜິ​ດ​ຊອບ​ແນວ​ໃດ​ຕໍ່​ລູກ​ຄ້າ!!!

ເນື່ອງ​ຈາກວັນ​ທີ 26/08/2560 ເວ​ລາ​ປະ​ມານ 09:53 - 13:28 ເຄືອ​ຂ່າຍ​ສັນ​ຍານ​ບີ​ລາຍ​ເກີດ​ມີ​ການ​ຂັດ​ຂ້ອງ​ໂດຍ​ຜນ​ທີ່​ເກີດ​ຂື້ນ​ເຮັດ​ໃຫ້​ລູກ​ຄ້າບໍ່​ສາ​ມາດ​ນຳ​ໃຊ້​ສັນ​ຍານ​ອິນ​ເຕີ​ເນັດ ແລະ ບໍ່​ສາ​ມາດ​ໂທ​ອອກ​ໂທ​ເຂົ້າ​ໄດ້ ເຮັດ​ໃຫ້​ລູກ​ຄ້າ​ຕ່າງບໍ່​ພໍ​ໃຈ​ຕໍ່​ກັບ​ການ​ໃຫ້​ບໍ​ລິ​ການ​ສັນ​ຍານ​ເປັນ​ຈຳ​ນວນຫຼວງຫຼາຍ ແລະ ມີ​ສຽງ​ວິ​ພາກວິ​ຈານ​ກັນ ອີກ​ຢ່າງ​ບາງ​ຄັ້ງ​ສັນ​ຍານກໍ່​ມີ​ການ​ຊັກ​ຊ້າ ເຊີ່ງ​ບັນ​ຫາ​ເຫຼົ່າ​ນີ້​ມັກ​ຈະ​ເກີດ​ຂື້ນ​ເລື້ອຍໆ ແຕ່​ທາງ​ຜູ້​ໃຫ້​ບໍ່​ລິ​ການກໍ່​ບໍ່​ເຫັ​ອອກ​ມາ​ຊີ້​ແຈງ​ຕໍ່​ເຫດ​ທີ່​ເກີດ​ຂື້ນ​ແມ້​ແຕ່ງ​ຢ່າງ​ໃດ​ເລີຍ ຖ້າ​ຫາກວ່າມ​ີ​ການ​ປັບ​ປຸງ​ສັນ​ຍານຫຼື​ສີ່ງ​ໃດ​ທີ່​ສົ່ງ​ຜົນ​ຕໍ່​ການ​ນຳ​ໃຊ້​ຂອງ​ລູກ​ຄ້າ ເຫດ​ໃດ​ທາງ​ຜູ້​ໃຫ້​ບໍ​ລິ​ການ​ຈື່ງບໍ່​ມີ​ການ​ແຈ້ງ​ເຕືອນ​ກ່ອນ​ລ່ວງ​ໜ້າ ດັ່ງ​ນັ້ນ​ທາງ​ທີມ​ງານ​ເຮົາ​ເອງກໍ່​ໄດ້​ເປັນ​ລູກ​ຄ້າ​ຂອງ ບີ​ລາຍ ແລະ​ຈະ​ຂໍ​ເປັນ​ຕົວ​ແທນ​ກະ​ບອກ​ສຽງ​ຂອງ​ລູກ​ຄ້າ​ທີ່​ສະ​ເໜີ​ໃຫ້​ເຄືອ​ຂ່າຍ​ສັນ​ຍານ​ບີ​ລາຍ ອອກ​ມາ​ຮັບ​ຜິດ​ຊອບ​ຊີ້​ແຈງ​ຕໍ່​ເຫດ​ການ​ຂັດ​ຂ້ອງ​ຂອງ​ສັນ​ຍານ​ໃນ​ມື້​ນີ້ ແລະ ຂໍ​ໃຫ້​ມີ​ການ​ຮັບ​ຜິດ​ຊອບ​ຢ່າງ​ເປັນ​ທຳ​ຕໍ່​ຜູ້​ໃຊ້​ບໍ​ລິ​ການ ເຊີ່ງ​ການ​ຂັດ​ຂ້ອງ​ແມ່ນ​ມັກ​ຈະ​ເກີດ​ຂື້ນ​ເລື້ອຍໆ

ອີກ​ປະ​ເດັນ​ກໍ່​ຄື ມີ​ລູກ​ຄ້າ​ທີ່​ໃຊ້​ບໍ​ລ​ິ​ການຫຼາຍ​ຄົນ​ກໍ່​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ມາ​ວ່າ ສັນ​ຍານ​ທ​ີ່​ໃຫ້​ບໍ​ລິ​ການ​ທຸກວັນ​ນີ້ ແມ່ນ 3G ຫຼື 2G ກັນ​ແທ້ ເນື່ອງ​ຈາກ​ສັນ​ຍານ​ຈະ​ມັກ​ຂື້ນ​ເປັນ​ຕົວ E

ດັ່ງ​ນັ້ນ​ຂໍ​ໃຫ້​ທາງ​ຜູ້​ໃຫ້​ບໍ​ລິ​ການ ອອກ​ມາ​ຊີ້​ແຈງ ແລະ ຮັບ​ຜິດ​ຊອບ​ຕໍ່​ສີ່ງ​ທີ່​ເກີດ​ຂື້ນ​ດ້ວຍ!!!

ความคิดเห็น

โพสต์ยอดนิยมจากบล็อกนี้

ປະ​ເທດ​ລາວ​ບ້ານ​ຂ້ອຍ!!! ຄວາມ​ຮູ້​ຄວາມ​ຮູ້

ເທັກ​ນິກ​ການຫຼີ້ນ​ເກມ Mobile legends ໃຫ້​ເທບ ຕ້ອງ​ມີ​ຫຍັງ​ແນ່ ແລະ ຫຼີ້ນ​ແນວ​ໃດ

10 ສາກ​ພາ​ບ​ພະ​ຍົນ " Before & After " ການ​ໃຊ້​ສະ​ເປ​ຊ໋ຽວ​​ເອັ​ຟ​ເຟ​ັກ​​ຂອງ ຮໍລີ​ວູດ