ສ່ວນຫົວ ແລະ ສ່ວນປາຍຂອງກຳແພງເມືອງຈີນ



ເມື່ອເວົ້າເຖິງສີ່ງມະຫັດສະຈັນຂອງໂລກແລ້ວກໍ່ມີຫຼາຍໆສີ່ງສວຍສົງງົດງາມແລະກໍ່ປາດສະຈາກສີ່ງນີ້ມັນຄື ກຳແພງຍັກເມືອງຈີນ ຫຼືເອີ້ນກັນວ່າ ກຳແພງໝື່ນຫຼີ້ ໃນພາສາຈີນວ່າ " ວານຫຼີ່ຊ່າງເຊີນ " 万里长城
ເຊີ່ງເປັັນສັນຍາລັກອັນຍາວນານຂອງປະຫວັດສາດຈີນ ແລະ ຍັງເປັນ  1 ໃນ 7 ສີ່ງ​ມະ​ຫັດ​ສະ​ຈັນ​ອີກ​ດ້ວຍ  ຫຼາຍ​ຄົນ​ອາດ​ຈະ​ເຄີຍ​ຄິດ ເຄີຍ​ສົງ​ໃສວ່າ ຈຸດ​ເລີ່ມ​ຕົ້ນ ຫຼື ສ່ວນ​ຫົວ​ຂອງ​ກຳ​ແພງ​ເມືອງ​ຈີນ​ມັນ​ເລີ່ມ​ຕົ້ນ​ຈາກ​ທີ່​ໃດ ແລະ ມັນ​ໄປ​ສີ້ນ​ສຸດ​ຢູ່​ທີ່​ໃດ  ມື້ນ​ນີ້​ທາງ TODAY News ຈະ​ນຳ​ເອົາ​ສ່ວນ​ຫົວ​ແລະ​ສ່ວນ​ປາຍ​ຂອງ​ກຳ​ແພງ​ເມືອງ​ຈີ​ມາ​ໃຫ້​ທຸກ​ທ່ານ​ໄດ້​ຮັບ​ຊົມ​ກັນ

ແອັດ​ມິນ​ເຊື່ອ​ວ່າຫຼາຍ​ຄົນ​ອາດ​ຈະ​ເຄີຍ​ໄປ​ມາ​ແລ້ວ​ແຕ່ກໍ່​ມີ​ນ້ອຍ​ຄົນ​ທີ່​ຈະ​ຮູ້​ວ່າ​ເລີ່ມ​ຕົ້ນ​ແລະ​ສິ້ນ​​ສຸດ​ບ່ອນ​ໃດ໋​ຖ້າ​ພ້ອມ​ແລ້ວ​ໄປ​ຕິດ​ຕາມ​ກັນ​ເລີຍ

ກຳ​ແພງ​ເມືອງ​ຈີນ​ສ່ວນ​ຫົວ​ທີ່​ເອີ້ນ​ກັນ​ວ່າ​ມັງ​ກອນ​ດື່ມ​ນ້ຳ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ທີ່​ຕິດ​ກັບ​ທະ​ເລ



ຈຸດ​ນີ້​ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ກຳ​ແພງ​ເມືອງ​ຈີນ ເຊີ່ງ​ຄົນ​ຈີນ​ຈະ​ມັກ​ເອີ້ນ​ຈຸດ​ນີ້​ວ່າ ມັງ​ກອນ​ດື່ມ​ນ້ຳ  
ເຊີ່ງ​ຄົນ​ສ່ວນ​ໃຫຍ່​ມັກ​ຈະ​ຄິດ​ວ່າ​ກຳ​ແພ​ງ​ເມືອງ​ຈີນນັ້ນ​ຍາວ 6,276.442 ກມ. ແຕ່​ຄວາມ​ເປັນ​ຈິງ​ແລ້ວ ກຳ​ແພງ​ເມືອງ​ຈີນ ຍາວ 8,851.392ກມ.  ເຊີ່ງ​ການ​ສ້າງ​ກຳ​ແພງ​ຍັກ​ໃຫຍ່​ນີ້ຫຼາຍ​ຄົນ​ອາດ​ຈະ​ຄິດ​ວ່າສົງ​ໃສວ່າ ເຂົາ​ສ້າງ​ແບບ​ໃດ ການ​ຂົນ​ສົ່ງ​ວັດ​ສະດຸ​​ອຸ​ປະ​ກອນ​ເຂົາ​ຂົນ​ສົ່ງ​ແບບ​ໃດ  ທ​າງ​ເຮົາ​ຂໍ​ບອກ​ເລີຍ​ວ່າ ເຂົາ​ສ້າງ​ເປັນ​ຈຸດ​ໄປ ແລ້ວ​ເຊື່ອມ​ຕໍ່​ໃສ່​ກັນ​ຈົນ​ເປັນ​ກຳ​ແພງ​ຍາວ ສ່ວນ​ການ​ຂົນ​ສົ່ງ​ຫີນ ຫຼື ວັດ​ສະ​ດຸ​ອຸ​ປະ​ກອນ​ໃນ​ການ​ສ້າງ​ແມ່ນ​ບໍ່​ມີ​ການ​ຂົນ​ສົ່ງ​ແຕ່​ຢ່າງ​ໃດ​ເລີຍ ເພາະ ມັນ​ຈະ​ເປັນ​ການ​ຊັກ​ຊ້າ ແລະ​ເສຍ​ເວ​ລາ ແຕ່​ເຂົາ​ຈະ​ນຳ​ໃຊ້​ຫີນ ດິນໜຽວ ຫີນ​ແກ​ນິດ ຕົ້ນ​ໄມ້​ ຫີນ​ອ່ອນ 


ໃນ​ບໍ​ລິ​ເວນ​ທີ່ກໍ່​ສ້າງ​ນຳ​ມາ​ສ້າງ​ເປັນ​ກຳ​ແພງ​ແທນ ເຊິ່ງ​ມັນ​ເປັນ​ການ​ປະ​ຫຍັດ​ເວ​ລາ​ໃນ​ການ​ຂົນ​ສົ່ງ ດັ່ງ​ນັ້ນ​ເຮົາ​ຈື່ງ​ພົບ​ເຫັນ​ວ່າ ເປັນ​ຫຍັງ​ກຳ​ແພງ​ແຕ່​ລະ​ຊ້ວງ​ຈື່ງ​ມີ​ຄວາມ​ແຕກ​ຕ່າງ​ກັນ

ສ່ວນ​ທີ່ກວ້າງ​ສຸດ​ຂອງ​ກຳ​ແພງ ກວ້າງ​ປະ​ມານ 9.144ແມັດ ແລະ​ຈຸດ​ທີ່​ສູງ​ທີ່​ສຸດ ສູງ​ປ​ປະ​ມານ 3.6576ແມັດ ສ່ວນ​ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ ສູງ​ປະ​ມານ 7.9248 ແມັດ
 

 ​ຈຸດ​ທີ່​ສູງ​ທີ່​ສຸດ​ຂອງ​ກຳ​ແພງ​ເມືອງ​ຈີນ​ແມ່ນ​ຢູ່​ທີ່​ພູ​ເຂົາ Heita ໃກ້ໆ​ກັບ​​ກຸງ​ປັກ​ກີ່ງ ສູງ 5,000ຟຸດ ຈາກ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ 

ໃນ​ໄລ​ຍະ​ທາງ​ທີ່​ກຳ​ແພງ​ພາດ​ຜ່ານ​ແມ່ນ​ຜ່ານ​ຢູ່ 11 ຕົວ​ເມືອງ​ຂອງ​ຈີນ

  1. ເມືອງຫຼຽວ​ຕົງ
  2. ເມືອງ​ຈິ​ຈີ້ນ
  3. ເມືອງ​ຊາງ​ຈີ້ນ
  4. ເມືອງ​ຈີ້ນ​ເປົາ
  5. ເມືອງ​ສວນ​ຟູ
  6. ເມືອງ​ຕ້າ​ທົງ
  7. ໄທ່​ຫຍວນ
  8. ເມືອງ​ຫຍານ​ສຸຍ
  9. ເມືອງ​ໜິງ​ເຊີ້​ຍະ
  10. ເມືອງ​ກູ​ຫຍວນ
  11. ເມືອງ​ການ​ຊູ




ນອກ​ຈາກນັ້ນ​ກໍ່​ຍັງ​ມີ​ບາງ​ສ່ວນ​ທີ່​ຜຸ​ພັງ​ເນື່ອງ​ມາ​ຈາກ​ການກໍ່​ສ້າງ​ໃນ​ເມື່ອ​ກ່ອນ​ທີ່​ນຳ​ໃຊ້​ດິນ​ໜຽວ



ກຳ​ແພງ​ເມືອງ​ຈີນ​ສ້າງ​ຂື້ນ​ໃນ​ພື້ນ​ທີ່​ຮອບໆ​ຂອງ​ປະ​ເທດ​ຈີນທີ່​ເລີ່ມ​ຈາກ​ແມ່​ນ້ຳ​ຍາ​ລູ​ຈົນ​ໄປ​ສີ້ນ​ສຸດ​ທີ່​ເຂົາ​ສີ່ຫຼຽນ​ຊານ ແລະ ທຽນ​ຊານ ໂລດ​ລ້ຽວ​ໄປ​ຕາມ​ສາຍ​ພູ​ເຂົາ​ທີ່​ຄົດ​ຄ້ຽວ​ແລະ​ສູງ​ຊັນ ທົ່ງ​ຫຍ້າ ແລະ ທະ​ເລ​ຊາຍ​ອັນ​ກວ້າງ​ໃຫຍ່  

ຕໍ່​ໄປ​ແອັດ​ມິນ​ຈະ​ພາ​ໄປ​ເບີ່ງ​ຈຸດ​ສິ້ນ​​ສຸດ​ຂອງ​ກຳ​ແພງ​ເມືອງ​ຈີນ​ທາງ​ຝັ່ງ​ຕາ​ເວັນ​ຕົກ​ເຊີ່ງ​ມີ​ຄວາມ​ສວຍ​ງາມບໍ່​ແພ້​​ຈຸດ​ເລີ່ມ​ຕົ້ນ​ທາງ​ເບື້ອງ​ຕາ​ເວັນ​ອອກ 


ເຊີ່ງ​ສ່ວນ​ນີ້ກໍ່​ມີ​ຊື່​ສຽງ​ບໍ່​ແພ້​ກັນ​ເຊີ່ງ​ບາງ​ຄົນ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ຈັກຫຼາຍ​ເທົ່າ​ໃດ ເຊີ່ງ​ຈຸດ​ນີ້​ຈະ​ຕັ້ງ​ຢູ່​ດ່ານ  ເຈຍຫຍີ່ວ ເຊີ່ງ​ເປັນ​ປ້ອມ​ປາ​ການ ເຈຍ​ຫຍີ່ວກວນ ມົນ​ທົນ​ການ​ຊູ່ 



ເຊີ່ງ​ຈຸດ​ນີ້​ອາດ​ຈະ​ເວົ້າ​ວ່າ​ເປັນ​ຈຸດ​ປາຍ​ສຸ​ດ ແລະ ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ກຳ​ແພງ​ເມືອງ​ຈີນ​ດ້ານ​ຕາ​ເວັນ​ຕົກ​ກໍ່​ເປັນ​ໄດ້ ເຊີ່ງ​ຈຸດ​ນີ້​ມີ​ຄວາມ​ສຳ​ຄັນ​ທາງ​ດ້ານ​ການ​ຄ້າ​ໃນ​ເມື່ອ​ກ່ອນ ເຊີ່ງ​ດ່ານ​ປາ​ການ​ນີ້​ໄດ້​ສາ​ຍາ​ນາມ​ວ່າ 
 
“The First and Greatest Pass under Heaven ” ແປ​ວ່າ ດ່ານ​ທຳ​ອິດ​ທີ່​ຍີ່ງ​ໃຫຍ່​ທີ່​ສຸດ​ໃນ​ໃຕ້ຫຼ້າ

ເອກ​ກະ​ລັງ​ຂອງ​ກຳ​ແພງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ ເນື່ອງ​ຈາກ​ສ່ວນ​ຫົວ​ຂອງ​ກຳ​ແພງທີ່​ເອີ້ນ​ກັນ​ວ່າ​ມັງ​ກອນ​ດື່ມ​ນ້ຳ ແມ່ນ​ສ້າງ​ຈາກ​ກ້ອນ​ຫີນ ແຕ່​ກຳ​ແພງ​ດ້ານ​ນີ້​ຈະ​ສ້າງ​ຈາກ​ຫີນ​ທີ່​ມີ​ສີ​ນວນ​ລະ​ອຽດ​ມາ​ຈາກ​ດີນ ແຕ່ກໍ່​ມີ​ຄວາມ​ແຂງ​ແຮງ​ພໍ​ສົມ​ຄວນ  ແລະ ມີ​ສີ​ກົມ​ກືນ​ກັນ​ກັບ​ທະ​ເລ​ຊາຍ​ໃນ​ແຖບ​ນີ້



ຫາຍ​ສົງ​ໃສ​ກັນ​ແລ້ວບໍ່​ທຸກ​ຄົນ​ວ່າ​ຈຸດ​ເລີ່ມ​ຕົ້ນ ແລະ ຈຸດ​ສິ້ນ​ສຸດ​ຂອງ​ກຳ​ແພງ​ເມືອງ​ຈີນ​ເປັນ​ແນວ​ໃດ໋ ໂດຍ​ຈຸດ​ປະ​ສົງຫຼັກໆ​ຂອງ​ການ​ສ້າງ​ກຳ​ແພງ​ເມືອງ​ຈີນ​ແມ່ນ ປ້ອງ​ກັນ​ການ​ຮກ​ຮານ​ຈາກ​ຊາວ​ຮັນ  , ຊາວ​ໂມງ​ໂກນ ແລະ ຊາວ ແມນ​ຈູ​ເລຍ ທີ່​ອາ​ໃສ​ຢູ່​ທາງ​ຕອນ​ເໜືອ​ຂອງ​ຈີນ ນອກ​ຈາກ​ນີ້​ກຳ​ແພງ​ເມືອງ​ຈີຍ​ຍັງ​ໄດ້​ຂື້ນ​ເປັນ​1ໃນ7ສີ່ງ​ມະ​ຫັດ​ສະ​ຈັນ​ຂອງ​ໂລກ​ໃນ​ປີ ຄ.ສ 1987 ແລະ​ຍັງ​ຖຶກ​ຈັດ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ລະ​ດັບ 5A ຂອງ​ປະ​ເທດ​ຈີນ​ເຊີ່ງ​ເປັນ​ຄຸນ​ນະ​ພາບ​ລະ​ດັບ​ສູງ​ຂອງ​ການ​ທ່ອງ​ທ່ຽວອີກ​ດ້ວຍ

ສາ​ມາດ​ຕິດ​ຕາມ​ຂ່າວ​ສານ​ເພີ່ມ​ເຕີມ​ໄດ້​ທີ່:

Facebook: TODAY News
Facebook: ກະ​ດານ​ດຳ

ความคิดเห็น

โพสต์ยอดนิยมจากบล็อกนี้

ປະ​ເທດ​ລາວ​ບ້ານ​ຂ້ອຍ!!! ຄວາມ​ຮູ້​ຄວາມ​ຮູ້

ເທັກ​ນິກ​ການຫຼີ້ນ​ເກມ Mobile legends ໃຫ້​ເທບ ຕ້ອງ​ມີ​ຫຍັງ​ແນ່ ແລະ ຫຼີ້ນ​ແນວ​ໃດ

10 ສາກ​ພາ​ບ​ພະ​ຍົນ " Before & After " ການ​ໃຊ້​ສະ​ເປ​ຊ໋ຽວ​​ເອັ​ຟ​ເຟ​ັກ​​ຂອງ ຮໍລີ​ວູດ